ກອງປະຊຸມຄັ້ງປະຖົມມະລືກ ຂອງອະນຸກໍາມະການເສດຖະກິດ-ສັງຄົມຂອງກອງປະຊຸມໃຫຍ່ ທົ່ວປະເທດ ຄັ້ງທີ 13 ຂອງພັກ

(VOVWORLD) -ຕອນເຊົ້າວັນທີ 9 ພະຈິກ, ຢູ່ຮ່າໂນ້ຍ, ໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລືກຂອງອະນຸກໍາມະການຮັບຜິດຊອບວຽກງານເສດຖະກິດ - ສັງຄົມຂອງກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ 13 ຂອງພັກ, ໂດຍທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ຫົວໜ້າອະນຸກໍາມະການ ເປັນປະທານ. 
ກອງປະຊຸມຄັ້ງປະຖົມມະລືກ ຂອງອະນຸກໍາມະການເສດຖະກິດ-ສັງຄົມຂອງກອງປະຊຸມໃຫຍ່ ທົ່ວປະເທດ ຄັ້ງທີ 13 ຂອງພັກ - ảnh 1ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ເປັນປະທານກອງປະຊຸມ (ພາບ: vov.vn) 

ເຂົ້າຮ່ວມກອງປະຊຸມຍັງມີທ່ານນາງ ຕ່ອງທິຟ໊ອງ ກໍາມະການກົມການເມືອງ, ຮອງປະທານສະພາແຫ່ງຊາດ; ທ່ານ ເຈືອງຮວ່່າບິນ ກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີ; ທ່ານ ເວືອງດິງເຫວ້ ກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີ; ແລະ ທ່ານຟ້າມບິງມິນ ກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີ.

        ກ່າວຄໍາເຫັນທີ່ພິທີໄຂ, ທ່ານຫງວຽນຊວນຟຸກ ຊີ້ແຈ້ງວ່າ ພ້ອມກັບ 4 ອະນຸກໍາມະການອື່ນ ຄື ອະນຸກໍາມະການຮັບຜິດຊອບກ່ຽວກັບເອກະສານ; ອະນຸກໍາມະການກົດລະບຽບຂອງພັກ; ອະນຸກໍາມະການຮັບຜິດຊອບກ່ຽວກັບບຸກຄະລາກອນ ແລະ ອະນຸກໍາມະການຮັບຜິດຊອບວຽກງານຈັດຕັ້ງ ທີ່ຮັບໃຊ້ໃຫ້ແກ່ກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ 13 ຂອງພັກ, ອະນຸກໍາມະການຮັບຜິດຊອບວຽກງານເສດຖະກິດ-ສັງຄົມ ໂດຍຄະນະບໍລິຫານງານສູນການພັກສ້າງຕັ້ງຂຶ້ນ ໂດຍມີສະມາຊິກ 51 ຄົນ. ອະນຸກໍາມະການດັ່ງກ່າວ ມີໜ້າທີ່ສໍາຄັນ ແມ່ນ ສ້າງຍຸດທະສາດພັດທະນາເສດຖະກິດສັງຄົມໄລຍະ 10 ປີ ແຕ່ປີ 2021 – 2030 ແລະ ບົດລາຍງານເສດຖະກິດ-ສັງຄົມ 2021 – 2025. ນີ້ແມ່ນເອກະສານສອງສະບັບ ເພື່ອຮັບໃຊ້ໃຫ້ແກ່ກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ 13 ຂອງພັກ ແລະ ນໍາໃຊ້ໃນກອງປະຊຸມໃຫຍ່ຢ່າງເປັນທາງການ. ຕາມນັ້ນແລ້ວ, ເອກະສານກ່ຽວກັບເສດຖະກິດສັງຄົມຕ້ອງຍົກໃຫ້ເຫັນການກໍານົດທິດຍຸດທະສາດໃຫ້ແກ່ການພັດທະນາປະເທດຊາດໃນທົດສະວັດໃໝ່.

        ທ່ານນາຍົກລັດຖະມົນຕີກໍຖືວ່າ ບັນດາເນື້ອໃນບົດລາຍງານ ແລະ ຍຸດທະສາດຄວນໄດ້ຍົກອອກບັນດາບັນຫາຂໍ້ຂາດຕົກບົກຜ່ອງຂອງປະເທດຊາດ ຢ່າງກົງໄປກົງມາ, ຈາກນັ້ນຍົກອອກບັນດາສາຍເຫດ, ບົດຮຽນ ແລະ ສະເໜີມາດຕະການແກ້ໄຂ. ໃນສະພາບທີ່ປະເທດເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງຄືໃນປັດຈຸບັນ, ການວິເຄາະສະພາບການໂລກ ແລະ ປະເທດຢ່າງລະອຽດນັ້ນແມ່ນ ເພື່ອຍົກອອກບັນດາການກໍານົດທິດຍຸດທະສາດ ແມ່ນສິ່ງສໍາຄັນທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ