ການເຮັດວຽກລະຫວ່າງ 2 ຝ່າຍ
|
(vovworld) – ວັນທີ 29/2, ກອງປະຊຸມຄະນະກຳມະການປະສົມຄັ້ງທີ 7 ລະຫວ່າງວິທະຍຸກະຈາຍສຽງ ຫວຽດນາມ (VOV) ແລະ ກົມປະຊາສຳພັນ ໄທ ໄດ້ຈັດຕັ້ງຢູ່ ຮ່າໂນ້ຍ.
ກ່າວຄຳເຫັນໄຂກອງປະຊຸມ, ທ່ານຮອງຜູ້ອຳນວຍການໃຫຍ່ VOV ຫວູຫາຍ ເນັ້ນໜັກວ່າ: ໄລຍະມໍ່ໆມານີ້ບັນດາການນຳ ອາຊຽນ ໄດ້ພ້ອມກັນເຊັນຖະແຫຼງການທີ່ມີຄວາມໝາຍປະຫວັດສາດໃຫ້ແກ່ການສ້າງຕັ້ງປະຊາຄົມ ອາຊຽນ. ການສ້າງຕັ້ງປະຊາຄົມ ອາຊຽນ ຈະຊຸກຍູ້ຄວາມເຂົ້າອົກເຂົ້າໃຈຫຼາຍກ່ວາອີກລະຫວ່າງ 2 ຊາດ ແລະ ປະຊາຊົນ 2 ປະເທດ ກໍຄືອຳນວຍຄວາມສະດວກໃຫ້ແກ່ການຮ່ວມມືໃນທຸກດ້ານ, ໃນນັ້ນມີຂົງເຂດໂຄສະນາ, ສື່ສານ. ກອງປະຊຸມຄະນະກຳມະການປະສົມຄັ້ງທີ 7 ນີ້ເພື່ອແນໃສ່ຕີລາຄາໝາກຜົນວິວັດແຫ່ງການຮ່ວມມືໃນຊຸມປີຜ່ານມາ ພ້ອມທັງປຶກສາຫາລືການຮ່ວມມືໃນຊຸມປີຈະມາເຖິງ:
“ຂ້າພະເຈົ້າເຊື່ອໝັ້ນວ່າ, ການພັດທະນາຢ່າງແຮງຂອງ 2 ອົງການພວກເຮົາຈະເປັນແປ້ນຢັນໃຫ້ແກ່ການຮ່ວມມືຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນໃນອະນາຄົດລະຫວ່າງ 2 ຝ່າຍ. ປະກອບສ່ວນຊຸກຍູ້ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນ 2 ປະເທດໃນໄລຍະປະຊາຄົມ ອາຊຽນ ປະກົດຜົນເປັນຈິງ”
ທ່ານຮອງປະທານກົມປະຊາສຳພັນໄທ ຈາຣຸນ ໄຈສອນ ໃຫ້ຄຳໝັ້ນສັນຍາວ່າຈະຮ່ວມມືຢ່າງແໜ້ນແຟ້ນກັບ VOV ເພື່ອປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ 2 ປະເທດ.