ກອງປະຊຸມຄະນະກຳມະການປະສານງານເຊື່ອມຕໍ່ ອາຊຽນ ກັບບັນດາຄູ່ຮ່ວມມື, ຄູ່ເຈລະຈາ
(VOVWORLD) -ວັນທີ 26 ສິງຫາ ໄດ້ດຳເນີນກອງປະຊຸມປຶກສາຫາລືຂອງຄະນະກຳມະການປະສານງານເຊື່ອມຕໍ່ ອາຊຽນ (ACCC) ກັບບັນດາຄູ່ຮ່ວມມື, ຄູ່ເຈລະຈາ ແລະ ບັນດາຄູ່ຮ່ວມມືຶອື່ນໆ ຜ່ານທາງອອນລາຍ. ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ອາຊຽນ, ໄດ້ເປັນປະທານກອງປະຊຸມໃນບົດບາດເປັນປະທານ ຄະນະກຳມະການປະສານງານເຊື່ອມຕໍ່ ອາຊຽນ.
ກອງປະຊຸມຄະນະກຳມະການປະສານງານເຊື່ອມຕໍ່ ອາຊຽນ ກັບບັນດາຄູ່ຮ່ວມມື, ຄູ່ເຈລະຈາ ຜ່ານທາງອອນລາຍ (ພາບ: ຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ອາຊຽນ) |
ທີ່ກອງປະຊຸມ, ເອກອັກຄະລັດຖະທູດຫົວໜ້າຄະນະຜູ້ຕາງໜ້າບັນດາປະເທດຄູ່ຮ່ວມມືຂອງ ອາຊຽນ (ອາເມລິກາ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ, ເຢຍລະມັນ, ການາດາ, ນິວຊີແລນ, ນອກແວ...) ໄດ້ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງ ອາຊຽນ ໃນໄລຍະຜ່ານມາໃນການຊຸກຍູ້ການເຊື່ອມຕໍ່ພາຍໃນກຸ່ມ ກໍຄື ການເຊື່ອມຕໍ່ລະຫວ່າງ ອາຊຽນ ກັບ ພາກພື້ນ, ຢັ້ງຢືນການສືບຕໍ່ໜູນຊ່ວຍ ອາຊຽນ ຜັນຂະຫຍາຍບັນດາໂຄງການໃນຂອບເຂດໂຄງການ ເຊື່ອມຕໍ່ ອາຊຽນ (MPAC) 2025 ເວົ້າລວມ... ເພື່ອແນໃສ່ເພີ່ມທະວີຄວາມສະໜິດຕິດພັນໃນການກໍ່ສ້າງປະຊາຄົມ ອາຊຽນ ແລະ ຄວາມສະໜິດຕິດພັນລະຫວ່າງ ອາຊຽນ ກັບ ບັນດາຄູ່ຮ່ວມມື, ໜູນຊ່ວຍການຟື້ນຟູ ແລະ ພັດທະນາເສດຖະກິດຂອງພາກພື້ນ. ບັນດາປະເທດກໍປຶກສາຫາລືກ່ຽວກັບບັນດາມາດຕະການເພື່ອຊຸກຍູ້ໂຄງການ MPAC 2025 ໃນສະພາບການໂລກລະບາດໂຄວິດ - 19, ຢັ້ງຢືນບັນດາຂົງເຂດຍຸດທະສາດຂອງ ໂຄງການ MPAC 2025 ແມ່ນແທດເໝາະທີ່ສຸດກັບ ແຜນການຟື້ນຟູຂອງ ອາຊຽນ ຫຼັງ ໂຄວິດ - 19.
ເຮືອງຈ່າ - ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ປະຈຳ ອິນເດຍ.