ກອງປະຊຸມຄະນະກຳມະການປະສານງາມ ຮ່ວມຄັ້ງທີ 8 ເຂດສາມຫລ່ຽມພັດທະນາ

ກອງປະຊຸມຄະນະກຳມະການປະສານງາມ ຮ່ວມຄັ້ງທີ 8 ເຂດສາມຫລ່ຽມພັດທະນາ - ảnh 1


(vovworld) - ຕອນ​ເຊົ້າ​ວັນ​ທີ 7/12 ຢູ່ ນະຄອນ ກອນ​ຕູມ (Kon tum) ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຄະນະ​ກຳມະການ​ປະສານ​ງານ​ຮ່ວມ​ຄັ້ງ​ທີ 8 ​ເຂດ​ສາມ​ຫລ່ຽມ​ພັດທະນາ ກຳປູ​ເຈຍ, ລາວ ​ແລະ ຫວຽດນາມ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ສອງ​ປະ​ເທດ ຫວຽດນາມ, ລາວ ​ແລະ ລັດຖະມົນຕີ​ຂັ້ນ​ສູງ​ກະຊວງ​ການ​ຄ້າ​ລາຊະ​ອານາຈັກ ກຳປູ​ເຈຍ. ທີ່​ກອງ​ປະຊຸມ, ລັດຖະມົນຕີ 3 ປະ​ເທດ ​ໄດ​້ຢືນຢັນ​ວ່າ: ການ​ເຄື່ອນ​ໄຫວນີ້​ເປີດ​ກາລະ​ໂອກາດ​ໃຫ້​ແກ່​ການ​ຮ່ວມ​ມື​ຢ່າງ​ກວ້າງຂວາງ​ລະຫວ່າງ​ບັນດາ​ແຂວງ​ໃນ​​ເຂດ​ສາມຫລ່ຽມພັດທະນາເວົ້າ​ສະ​ເພາະ ​ແລະ ບັນດາ​ແຂວງ, ນະຄອນ ຂອງ​ສາມ​ປະ​ເທດ​ເວົ້າ​ລວມ, ຊົມ​ເຊີຍ​ຖະ​ແຫລ​ງການ​ຮ່ວມ​ຂອ​​​ງ​ເວທີ​ປາ​ໄສ​ຊາວ​ຫນຸ່ມ 3 ປະ​ເທດ ​ແລະ ຮັບ​ຮູ້​ບັນດາ​ໝາກຜົນ​ຊຶ່ງ​ຊາວ​ຫນຸ່ມ 3 ປະ​ເທດ ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ, ຮຽກຮ້ອງ​ຄວາມ​ສາມັກຄີ, ຕັ້ງຫນ້າ​ຂອງ​ລຸ້ນ​ຫນຸ່ມ​ໃນ​ການ​ປະກອບສ່ວນ​ພັດທະນາ​​ເຂດ​ສາມຫລ່ຽມ​ພັດທະນາ. ຜູ້​ແທນ​ສາມ​ປະ​ເທດພ້ອມ​ກັນ​ຕີ​ລາຄາ​ບັນດາ​ເນື້ອ​ໃນ​ຂອງ​ຖະ​ແຫລ​ງການ​ຮ່ວມ ​ແລະ ບັນດາ​ຂໍ້​ຕົກລົງ​ທີ່​ກອງ​ປະຊຸມ​ຂັ້ນ​ສູງ​ນາຍົກລັດຖະມົນຕີ ສາມ​ປະ​ເທດ ​​ເມື່ອ​ເດືອນ 11/2010. ສຸ​ມ​ໃສ່​ຕີ​ລາຄາ​ສະພາບ​ການ​ຜັນ​ຂະຫຍາຍ​ປະຕິບັດ​ນ​ະ​ໂຍບາຍ​ບຸລິມະສິດ​ພິ​ເສດ​ໃຫ້​ແກ່​ເຂດ​ສາມຫລ່ຽມ​ພັດທະນາ, ວາງ​ແຜນ​ກຳນົດ​ສັງ​ລວມກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຢູ່​ເຂດ​ສາມຫລ່ຽມ​ພັດທະນາ, ການ​ຮ່ວມ​ມື​ຂອງ​ພາກ​ພື້ນ​ກັບ ຍີ່​ປຸ່ນ, ການ​ເຄື່ອນ​ໄຫວ​ຂອງ 4 ອະນຸ​ກຳມະການ​ເສດຖະກິດ, ຄວາມ​ໝັ້ນຄົງ, ການ​ຕ່າງປະ​ເທດ,​ ສິ່ງ​ແວດ​ລ້ອມ, ສັງຄົມ ​ແລະ ທ້ອງ​ຖິ່ນ… ຜ່ານ​ນັ້ນ ຈະ​ເປັນ​ເອກະ​ພາບ​ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື​ໃນ​ປີ 2013.

 

 

ຂ່າວ/ບົດ​ອື່ນ