ກອງປະຊຸມຄະນະກຳມະການແມ່ຂອງ ຄັ້ງທີ 19 ຢູ່ ລາວ

ກອງປະຊຸມຄະນະກຳມະການແມ່ຂອງ ຄັ້ງທີ 19 ຢູ່ ລາວ - ảnh 1
ຕອນໜຶ່ງຂອງແມ່ນ້ຳຂອງ
(ພາບປະກອບ)

(vovworld) - ​ໃນ​ລະຫວ່າງ​ວັນ​ທີ 16 – 17/1, ຢູ່​ຄຸ້ມ​ເມືອງ​ເກົ່າ ຫຼວງ​ພະ​ບາງ, ກອງ​ປະຊຸມ​ຄະນະ​ກຳມະການ​ແມ່​ຂອງ (ຫຼື MRC) ​ໄດ້​ຈັດ​ຕັ້ງກອງ​ປະຊຸມ​ປະຈຳ​ປີ​ຄັ້ງ​ທີ 19 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 4 ປະ​ເທດ​ສະມາຊິກ​ເຊິ່ງລວມມີ: ຫວຽດນາມ, ກຳປູ​ເຈຍ, ລາວ ​ແລະ ​ໄທ. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດ​ຍທ່ານ ຫງວຽນ​ມິນ​ກວາງ, ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ນຳ​ໜ້າ. ກອງ​ປະຊຸມ​ໄດ້​ສຸມ​ໃສ່​ປຶ​ກສາ​ຫາລື​ກ່ຽວ​ກັບ​ງົບປະມານ​ການ​ເຄື່ອນ​ໄຫວ​ໃນ​ປີ 2013 ຂອງ​ຄະນະ​ກຳມະການ, ຄວາມ​ຄືບ​ໜ້າ​​ໃນການ​ປະຕິບັດ​ຖະ​ແຫຼ​ງການ​ຫົວ​ຫີນ, ​ໄທ, ປະຕິບັດ​ຂໍ້​ຕົກລົງ​ຂອງ​ສະພາ​ທີ່​ວາລະ​ປະຊຸມ​ປີ 2011 ຢູ່ Siam Reap ປະ​ເທດ ກຳປູ​ເຈຍ, ກ່ຽວ​ກັບ​ເລື່ອງ​ຈັດ​ຕັ້ງ​ແຜນ​ຮ່າງ​ຄົ້ນ​ຄ້ວາ ຕີ​ລາຄາລັກສະນະ​ໝັ້ນຄົງ​ໃນ​ການ​ພັດທະນາ ​ແລະ ຄຸ້ມ​ຄອງ​ແຫຼ່ງຊັບພະຍາກອນ​ນ້ຳ​ທີ່​ມີ​ຕໍ່​​ເຂດ​ລຸ່ມ​ແມ່​ນ້ຳຂອງ, ນັບ​ທັງ​ກ່ຽວ​ກັບ​ໄຟຟ້າ​ນ້ຳຕົກ. ກອງ​ປະຊຸມ ​ໄດ້​ຮັບຮອງ​ເອົາ​ແຜນ​ຮ່າງ ຄົ້ນ​ຄ້ວາ ​ແລະ ຝາກ​ໃຫ້​ລັດຖະບານ ຍີ່ປຸ່ນ ​ສະ​ເໜີ​ອຸປະຖຳ​ເງິນ​ເພື່ອ​ປະຕິບັດ​ແຜນ​ຮ່າງ ​ແລະ ງ​ົບປະມານ​ການ​ເຄື່ອນ​ໄຫວ​ໃນ​ປີ 2013, ກຳນົດ​ທິດ​ທາງບັນດາ​ບັນຫາ​ສຳຄັນ​ຄວນ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ໄລຍະ​ຈະ​ມາ​ເຖິງ. ຄຽງ​ຄູ່​ກັນ​ນັ້ນ, ກອງ​ປະຊຸມ ຍັງ​ເຫັນ​ດີ​ເປັນ​ເອກະ​ພາບ ບັນດາ​ຈຸດ​ສຳຄັນ​ຄື:  ຮຽກຮ້ອງ​ໃຫ້​ຄະນະ​ເລຂາ ຍູ້​​ໄວ​ຄວາມ​ຄືບ​ໜ້າ​ໃນ​ການ​ປະຕິບັດ​ແຜນ​ຮ່າງ, ສົ່ງ​ເອກະສານ​ໃຫ້​ບັນດາ​ນັກ​ອຸປະຖຳ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ເພື່ອ​ຮຽກຮ້ອງ​​ໜູນ​ຊ່ວຍ​ດ້ານ​ການ​ເງິນ​ໃຫ້​ແກ່​ແຜນ​ຮ່າງ, ສະ​ເໜີ​ໃຫ້​ຄະນະ​ເລຂາ​ ​ແມ່​ນ້ຳຂອງ ປະຕິບັດ​ການ​ກວດກາ​ລະບົບ​ລະບຽບ​ການ, ກົດ​ລະບຽບ ບັນດາ​ອົງການ​ຈັດ​ຕັ້ງໃນ​ສະພາ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ພັດທະນາ​ແຫຼ່ງຊັບພະຍາກອນ​ຂອງ​ແມ່​ນ້ຳ​ຂອງ ​ແບບ​ຍືນ​ຍົງ ​ແລະ ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ