(ກອງປະຊຸມຄະນະບໍລິຫານງານສະຫະພັນສະຫະກອນຫວຽດນາມ)
(vovworld) - ບົດບາດສຳຄັນທີ່ສຸດຂອງວິວັດການສ້າງໂຄງປະກອບກະສິກຳແມ່ນບັນດາສະຫະກອນແບບໃໝ່, ນັ້ນແມ່ນຄຳຢືນຢັນຂອງທ່ານ ຫງວຽນທ້ຽນເຍີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ທີ່ກອງປະຊຸມຄະນະບໍລິຫານງານສະຫະພັນສະຫະກອນຫວຽດນາມ, ຖືກດຳເນີນໃນວັນທີ 26/11. ຢູ່ທີ່ນີ້, ທ່ານ ຫງວຽນທ້ຽນເຍີນ ໄດ້ຕີລາຄາສູງບົດບາດ ແລະ ບັນດາການປະກອບສ່ວນຂອງສະຫະພັນສະຫະກອນຫວຽດນາມ ໃຫ້ແກ່ການພັດທະນາ ແລະ ຮັບປະກັນສະຖຽນລະພາບດ້ານເສດຖະກິດສັງຄົມຂອງປະເທດຊາດ. ທ່ານ ຫງວຽນທ້ຽນເຍີນ ເນັ້ນໜັກວ່າ: ປະຈຸບັນ, ພັກ, ລັດ ໄດ້ມີບັນດາແຜນນະໂຍບາຍ, ນະໂຍບາຍເພື່ອແນໃສ່ສ້າງໂຄງປະກອບພື້ນຖານກະສິກຳ ແລະ ປ່ຽນໃໝ່ຮູບແບບ, ປະສິດທິຜົນການເຄື່ອນໄຫວຂອງສະຫະກອນຄືນໃໝ່. ທ່ານ ຫງວຽນທ້ຽນເຍີນ ສະເໜີໃຫ້ສະຫະພັນສະຫະກອນຫວຽດນາມ ນຳໃຊ້ບັນດາມາດຕະການເພື່ອເຜີຍແຜ່, ໂຄສະນາກົດໝາຍ, ນະໂຍບາຍກ່ຽວກັບສະຫະກອນຢ່າງມີໄຫວພິບ; ສຸມໃສ່ກໍ່ສ້າງ, ປັບປຸງວິວັດທະນາການປະຕິບັດຮູບແບບສະຫະກອນແບບໃໝ່; ສົມທົບກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ທະນາຄານແຫ່ງລັດ, ກະຊວງການເງິນ ແລະ ບັນດາທ້ອງຖິ່ນໃນການຍູ້ແຮງການຜັນຂະຫຍາຍບັນດາຮູບແບບສະຫະກອນແບບໃໝ່, ສູ້ຊົນຮອດປີ 2016, ແຕ່ລະເມືອງກໍມີສະຫະກອນແບບໃໝ່ຢ່າງໜ້ອຍສຸດ 1 ຮູບແບບ.