ກອງປະຊຸມຄະນະບໍລິຫານງານຄັ້ງທີ 13ອົງຄະນະພັກກຸ່ມອົງການສູນກາງ
ພາບ: internet
|
(vovworld)- ຕອນເຊົ້າວັນທີ 16/7, ຢູ່ ຮ່າໂນ້ຍ, ຄະນະບໍລິຫານງານອົງຄະນະພັກກຸ່ມອົງການສູນກາງໄດ້ຈັດຕັ້ງກອງປະຊຸມຄະນະບໍລິຫານງານຄັ້ງທີ 13 ເພື່ອຕີລາຄາວຽກງານກໍ່ສ້າງພັກ, ວຽກງານຕິດຕາມກວດກາ ແລະ ປະຕິບັດວິໄນຂອງອົງຄະນະພັກໃນ 6 ເດືອນຕົ້ນປີ 2013. ຕາມການຕີລາຄາ, ໃນ 6 ເດືອນຕົ້ນປີ ຄະນະປະຈຳອົງຄະນະພັກກຸ່ມອົງການສູນກາງໄດ້ຈັດຕັ້ງການຝຶກອົບຮົມກ່ຽວກັບທິດສະດີການເມືອງ, ວິຊາສະເພາະວຽກງານພັກໃຫ້ແກ່ເລຂາຫນ່ວຍພັກ ແລະ ສະມາຊິກພັກໃຫມ່ກວ່າ 1000 ຄົນ, ຮັບມະຫາຊົນຜູ້ດີເດັ່ນ 900 ຄົນເຂົ້າເປັນສະມາຊິກພັກໃຫມ່ . ກ່ຽວກັບທິດທາງເຄື່ອນໄຫວຂອງອົງຄະນະພັກໃນຊຸມເດືອນທ້າຍປີ 2013, ທ່ານ ດາວງອກຢູງ, ກຳມະການສູນກາງພັກ, ເລຂາອົງຄະນະພັກກຸ່ມອົງການສູນກາງຊີ້ແຈງວ່າ:
“ຄະນະບໍລິຫານງານອົງຄະນະພັກກຸ່ມອົງການສູນກາງ ສຸມໃສ່ຜັນຂະຫຍາຍ 3 ເນື້ອໃນນັ້ນແມ່ນ: ຍົກສູງຄຸນນະພາບຫນ່ວຍພັກ. ສືບຕໍ່ຍູ້ແຮງການຜັນຂະຫຍາຍຄຳສັ່ງຂອງກົມການເມືອງກ່ຽວກັບການຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມີນ. ເພີ່ມທະວີວຽກງານຕິດຕາມກວດກາ, ຜັນຂະຫຍາຍບັນດາມາດຕະການແກ້ໄຂຂໍ້ຈຳກັດ, ຂາດຕົກບົກຜ່ອງ.”