ກອງປະຊຸມຕີລາຄາການເຄື່ອນໄຫວ ວິທະຍາສາດ ເຕັກໂນໂລຊີໃນການ ພັດທະນາກະສິກຳ

ກອງປະຊຸມຕີລາຄາການເຄື່ອນໄຫວ ວິທະຍາສາດ ເຕັກໂນໂລຊີໃນການ ພັດທະນາກະສິກຳ - ảnh 1
(ການ​ເຄື່ອນ​ໄຫວ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ
ໄດ້ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ໃຫ້​ແກ່​ການ​ພັດທະນາ​ກະສິກຳ)

(vovworld) - ຕອນ​ເຊົ້າ​ວັນ​ທີ 21 ກັນຍາ, ຢູ່​ຮ່າ​ໂນ້ຍ, ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ສົມທົບ​ກັບ​ກະຊວງ​ອຸດສາຫະກຳ ​ແລະ ພັດທະນາ​ຊົນນະບົດ, ກຳມາທິການ​ວິທະຍາສາດ​ເຕັກ​ໂນ​​ໂລ​ຊີ ​ແລະ ສິ່ງ​ແວດ​ລ້ອມ​ຂອງ​ສະພາ​ແຫ່ງ​ຊາດ ​ໄດ້​ຈັດ​ກອງ​ປະຊຸມ​ທົ່ວ​ປະ​ເທດ ​ເພື່ອ​ຕີ​ລາຄາ​ການ​ເຄື່ອນ​ໄຫວວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ເມື່ອ​ປະຕິບັດ​ມະຕິ​ຄັ້ງ​ທີ 7 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 10 ກ່ຽວ​ກັບ​ກະສິກຳ, ຊາວ​ກະສິກອນ ​ແລະ ຊົນນະບົດ. ບັນດາ​ບົດ​ປະກອບ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ຕີ​ລາຄາ​ວ່າ​ໃນ 5 ປີຜ່ານມາ, ການ​ເຄື່ອນ​ໄຫວ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີບັນດາ​ລຸ​ໄດ້ຜົນ​ງານ​ຫຼາ​ຍຢ່າງ, ​ໄດ້ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ໃຫ້​ແກ່​ການ​ພັດທະນາ​ກະສິກຳ, ຊາວ​ກະສິກອນ ​ແລະ ຊົນນະບົດ. ຍ້ອນ​ນຳ​ໃຊ້​ຄວາມ​ກ້າວໜ້າ​ຂອງ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ, ບັນດາ​ຜະລິດ​ຕະພັນ​ກະສິກຳ​ຈຶ່ງ​ມີ​ສະມັດ​ຕະພາບ, ຄຸນະພາບ​ສູງ, ລາຄາ​ຕໍ່າ. ກ່າວຄຳເຫັນ​ທີ່​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ວ່າ: ​ໃນ​ໄລຍະ​​ແຕ່ 5 – 15 ປີ​ຈະ​ມາ​ເຖິງ, ຂະ​ແໜງ​ກະສິກຳ​ຫວຽດນາມ ຍັງ​ຮັກສາ​ທີ່​ຕັ້ງ​ຕົ້ນ​ຕໍ່​ໃນ​ການ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ສັງຄົມ ກໍຄື​ປະກອບສ່ວນ​ຮັບປະກັນ​ດ້ານ​ສະ​ບຽງອາຫານ, ສະ​ນັ້ນ ຕ້ອງ​ສຸມ​ໃສ່​ລົງທຶນ​ໃຫ້​ແກ່​ການ​ພັດທະນາ​ກະສິກຳ, ຊົນນະບົດ ​ແລະ ຊາວ​ກະສິກອນ ຕິດ​ພັນ​ກັບ​ການ​ນຳ​ໃຊ້​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວໜ້າ​ຢູ່​ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ; ​ເພີ່ມ​ທະວີ​ການ​ຍົກ​ສູງ​ລະດັບ​ຄວາມ​ຮູ້​ໃຫ້​ແກ່​ຊາວ​ກະສິກອນ.

        “​ເຖິງ​ວ່າມີ​ວິທະຍາສາດ​ແລ້ວ, ການ​ພົວພັນ​ລະຫວ່າງ​ຊາ​ວກະສິກອນ ກັບ​ວິ​ສາ​ຫະກິດ, ທະນາຄານ, ລັດ ກັບ​ບັນດາ​ນັກວິທະຍາສາດ​ຮ່ວມ​ມືບໍ່​ແໜ້ນ​ແຟ້ນ ຈະບໍ່​ຮັບຜົນ. ຕ້ອງຈັດ​ຕັ້ງ​ນຳ​​ໃຊ້ວິທະຍາສາດ​ເຂົ້າ​ໃນ​ຊີວິດ​ຄື​ແນວ​ໃດ ກໍ່​ແມ່ນ​ບັນຫາ​ຂອງ​ວິທະຍາສາດ ​ແລະ ບັນດາ​ນັກວິທະຍາສາດ. ມະຕິ​ກະສິກຳ, ຊາວ​ກະສິກອນ ​ແລະ ຊົນນະບົດ,ຕ້ອງ​ເຮັດ​ແນວ​ໃດ​ໃຫ້​ກາຍ​ເປັນ​ມະຕິ​ຂອງ​ພັກ, ​ເປັນ​ກຳລັງ​ແຮງ​ຂອງ​ທັງ​ລະບົບ​ການ​ເມືອງ ​ເພື່ອ​ນຳ​ເຂົ້າ​ຊີວິດທັງ​ໝົດ​ເຫຼົ່າ​ນັ້ນແມ່ນ​​ຕ້ອງ​ມີ​ປັດ​​ໄຈ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ. ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຕ້ອງ​ໄດ້​ຮັບ​ການນຳ​ໃຊ້​ຢ່າງ​ຖືກຕ້ອງ ​ເພື່ອ​ໂຄສະນາ, ​ແນະນຳ ​ຄື​ແນວ​ໃດ​ໃຫ້ຊາວ​ກະສິກອນ​ຕອບ​ສະໜອງ, ນຳ​ມາ​​ເຊິ່ງປະສິດທິ​ຜົນ​ໃຫ້​ແກ່​ຊາວ​ກະສິກອນ. ນີ້​ກໍ່​ແມ່ນ​ໜ້າ​ທີ່​ຂອງ​ບັນດາ​ນັກວິທະຍາສາດ.”

ຂ່າວ/ບົດ​ອື່ນ