ກອງປະຊຸມຕ້ານໄພແຫ້ງແລ້ງ,ນ້ຳເຄັມຊຶມເຂົ້າບັນດາເຂດທົ່ງພຽງ
ແມ່ນ້ຳຂອງ |
(vovworld) - ຕອນເຊົ້າວັນທີ 17/2, ຢູ່ແຂວງ ເກິ່ນເທີ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ຈັດຕັ້ງ “ກອງປະຊຸມຕ້ານໄພແຫ້ງແລ້ງ, ນ້ຳເຄັມຊຶມເຂົ້າບັນດາເຂດທົ່ງພຽງແມ່ນ້ຳຂອງ“. ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ, ຍ້ອນສະພາບນຳ້ລົງຕຳ່ພາໄປເຖິງໄພແຫ້ງແລ້ງ, ນຳ້ເຄັມຊຶມເຂົ້າຢ່າງຮ້າຍແຮງຢູ່ເຂດທົ່ງພຽງແມ່ນຳ້ຂອງປີ 2015-2016. ນີ້ແມ່ນໄພທຳມະຊາດຮ້າຍແຮງທີ່ສຸດທີ່ບໍ່ເຄີຍມີມາໃນ 90 ປີຜ່ານມາ. ອັນໄດ້ກໍ່ຜົນຮ້າຍຢ້ອນຫຼັງຢ່າງໃຫຍ່ຫຼວງ ແລະ ສົ່ງຜົນສະທ້ອນຢ່າງຮ້າຍແຮງເຖິງການຜະລິດກະສິກຳ, ການປ່າໄມ້, ສິນໃນນຳ້ ກໍ່ຄືການສະໜອງນຳ້ສະອາດຢູ່ເຂດທົ່ງພຽງແມ່ນ້ຳຂອງ. ຍ້ອນເຫດນັ້ນ, ບັນດາກະຊວງ, ຂະແໜງການສູນກາງ; ບັນດາທ້ອງຖີ່ນຕ້ອງເຂົ້າຮ່ວມ ແລະ ຍົກອອກບັນດາມາດຕະການແກ້ໄຂທີ່ເໝາະສົມ, ເພື່ອປ້ອງກັນ, ຕ້ານສະພາບແຫ້ງແລ້ງ ແລະ ນຳ້ເຄັມຊຶມເຂົ້າຢ່າງທັນການ; ຫຼຸດຜ່ອນການກະທົບຢ່າງຫຍໍ້ທໍ້ຂອງໄພແຫ້ງແລ້ງ, ນ້ຳເຄັມຊຶມເຂົ້າຢູ່ບັນດາເຂັດຜະລິດຈຸດສຸມນີ້.