ກອງປະຊຸມທົ່ວປະເທດກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງ

(VOVWORLD) - ຕອນເຊົ້າວັນທີ 25 ມິຖຸນາ, ທີ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມທົ່ວປະເທດກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງ.
ກອງປະຊຸມທົ່ວປະເທດກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງ - ảnh 1ກອງປະຊຸມທົ່ວປະເທດກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງ (ພາບ: TTXVN)

ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງເປັນປະທານກອງປະຊຸມ.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ: ກອງປະຊຸມທົ່ວປະເທດກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງຄັ້ງນີ້ ມີຄວາມໝາຍສຳຄັນຍິ່ງ, ບໍ່ພຽງແຕ່ສຳຫລວດກວດຄືນບັນດາໜ້າທີ່ພາຍຫລັງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ປຶກສາຫາລືທິດທາງ, ໜ້າທີ່ໃນໄລຍະຈະມາເຖິງເທົ່ານັ້ນ, ກອງປະຊຸມຍັງທົບທວນຄືນ 5 ປີແຫ່ງວັນສ້າງຕັ້ງຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງອີກດ້ວຍ. ທ່ານເລຊາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ:

        “ຍ້ອນມີຄວາມໝາຍສຳຄັນ, ສະນັ້ນ ບັນດາສະມາຊິກໃນກົມການເມືອງ, ຄະນະເລຂາສູນກາງພັກລ້ວນແຕ່ມີໜ້າທັງໝົດ. ຫາງສຽງມີຄວາມສົນໃຈເຖິງກອງປະຊຸມຈະສະຫລຸບຫຍັງແດ່? ອາດຈະສືບຕໍ່ປະຕິບັດບໍ? ຫຼື ເຮັດໃຫ້ຫາງສຽງເສຍຫວັງ? ພວກເຮົາຮັບຟັງບົດລາຍງານຮ່ວມກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງໃນໄລຍະຜ່ານມາ, ພິເສດ ແມ່ນພາຍຫລັງກອງປະຊຸມໃຫຍ່ຄັ້ງທີ 12, ຫລັງຈາກນັ້ນຈະປຶກສາຫາລື. ບັນດາກະຊວງ, ຂະແໜງການເກືອບທັງໝົດລ້ວນແຕ່ກະກຽມ, ປຶກສາຫາລືເພື່ອສະຫລຸບລວມ ເພື່ອເຫັນດີເປັນເອກະພາບວິທີກະທຳຢ່າງມີປະສິດທີຜົນ. ຜົນສຳເລັດຕ້ອງນຳມາເຊິ່ງການຫັນປ່ຽນໃໝ່ໃນຊີວິດການເປັນຢູ່. ກອງປະຊຸມຕ້ອງມີຄວາມໝາຍປະໂຫຍດ, ແທດຈິງ, ຖ້າຫາກເຮັດແບບລວມໆຄືເມື່ອກ່ອນ ມັນຈະບໍ່ປະສົບຜົນສຳເລັດ.

    ກ່ຽວກັບທິດທາງໜ້າທີ່, ວິທີການແກ້ໄຂໃນໄລຍະທີ່ຈະມາເຖິງ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ເນັ້ນໜັກວ່າ :

   “ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງແມ່ນວຽກງານທີ່ສຳຄັນຍິ່ງ, ຕ້ອງປະຕິບັດຢ່າງເປັນປະຈຳ, ເດັດດ່ຽວ, ມີຄວາມອົດທົນໝັ້ນໜຽວ. ພະນັກງານສະມາຊິກພັກທຸກຄົ້ນ, ກ່ອນອື່ນໝົດ ແມ່ນຜູ້ເປັນຫົວໜ້າຕ້ອງເປັນແບບຢ່າງ, ມີສະຕິຕື່ນຕົວ, ເປັນເອກະພາບຢ່າງສູງທາງດ້ານເຈດຈຳນົງ ແລະ ການກະທຳໃນການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງ. ພ້ອມກັນນັ້ນ, ຕ້ອງແກ້ໄຂ, ປັບໄໝລົງໂທດຕໍ່ບັນດາການກະທຳຜິດ, ພວກເຮົາຕ້ອງມີກົນໄກປົກປ້ອງ ແລະ ສົ່ງເສີມບັນດາ ພະນັກງານສະມາຊິກພັກ, ຜູ້ເປັນຫົວໜ້າທີ່ກ້າຄິດ ກ້າທຳ, ກ້າຮັບຜິດຊອບ ແລະ ນຳໜ້າໃນການປ່ຽນແປງໃໝ່ເພື່ອການພັດທະນາຂອງປະເທດຊາດ ”

    ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ຍັງສະເໜີເດັດດ່ຽວຕໍ່ສູ້ກັບບັນດາທັດສະນະຜິດພາດ, ປະຕິເສດຖ້ອຍທຳນອງທີ່ເສັກສັ້ນປັ້ນແຕ່ງ ບິດເບືອນຄວາມຈິງຂອງບັນດາອິດທິກຳລັງທີ່ເປັນປໍລະປັກ, ກຸ່ມຄົນທີ່ບໍ່ດີສວຍໃຊ້ການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງ ຫວັງມ້າງເມທຳລາຍ, ກໍ່ຄວາມແບ່ງແຍກພາຍໃນພັກ, ໃສ່ຮ້າຍປ້າຍສີພັກ, ລັດ ແລະ ລະບອບ. ພ້ອມທັງສືບຕໍ່ໂຄສະນາ, ຍົກສູງຄວາມຮັບຮູ້, ສ້າງຄວາມ ເປັນເອກະພາບຢ່າງສູງທາງດ້ານເຈດຈຳນົງ ແລະ ການກະທຳໃນການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງ

ຕອບກັບ

ຂ່າວ/ບົດ​ອື່ນ