ກອງປະຊຸມນັດສາມັນກະຊວງການຕ່າງປະເທດ
(ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິ່ງ)
(vovworld) - ທີ່ການປະຊຸມຂ່າວສາກົນຂອງກະຊວງການຕ່າງປະເທດ, ເຊິ່ງຖືກດຳເນີນໃນຕອນບ່າຍວັນທີ 09/02, ເມື່ອຕອບຄຳຖາມຂອງນັກຂ່າວທີ່ກ່ຽວຂ້ອງເຖິງປະຕິກິລິຍາຂອງຫວຽດນາມ ຕໍ່ເລື່ອງທະນາຄານຈີນ ເປີດສາຂາຢ່າງຜິດກົດໝາຍຢູ່ເຂດທີ່ເອີ້ນວ່າ “ນະຄອນຊານຊາ” ຢູ່ເກາະຟຸ໋ເລີມ, ຂຶ້ນກັບໝູ່ເກາະຮ່ວາງຊາ ຂອງຫວຽດນາມ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິ່ງ ຢືນຢັນວ່າ, 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ແມ່ນຂຶ້ນກັບອະທິປະໄຕຂອງຫວຽດນາມ.
“ພວກຂ້າພະເຈົ້າໄດ້ຢັ້ນຢືນເປັນຫຼາຍເທື່ອແລ້ວ, ຫວຽດນາມ ມີອະທິປະໄຕທີ່ບໍ່ສາມາດໂຕ້ຖຽນກັນໄດ້ສຳລັບ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ. ສະນັ້ນ, ທຸກວຽກງານຂອງຕ່າງປະເທດຖ້າປະຕິບັດຢູ່ເຂດນີ້ ແຕ່ບໍ່ໄດ້ຮັບການອະນຸຍາດຂອງຫວຽດນາມ ລ້ວນແຕ່ຜິດກົດໝາຍ ແລະ ບໍ່ສາມາດປ່ຽນແປງໄດ້ຄວາມຈິງທີ່ວ່າ ຫວຽດນາມ ມີອະທິປະໄຕຢ່າງພຽງພໍສຳລັບເຂດນີ້”.
ກ່ຽວກັບເລື່ອງຫວຽດນາມ ພວມຜັນຂະຫຍາຍ ວີຊາເອເລັກໂຕນິກ (e-visa) ເພື່ອສ້າງເງື່ອນໄຂສະດວກໃຫ້ນັກທ່ອງທ່ຽວມາຫວຽດນາມ, ທ່ານເລຫາຍບິ່ງໃຫ້ຮູ້ວ່າ.
“ໂດຍປະຕິບັດແຜນນະໂຍບາຍກ່ຽວກັບວີຊາເອເລັກໂຕນິກ, ກະຊວງການຕ່າງປະເທດ ພວມສົມທົບກັບບັນດາອົງການກ່ຽວຂ້ອງທີຂອງຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອເຮັດແນວໃດໃຫ້ແຜນນະໂຍບາຍນີ້ໄດ້ຮັບການຜັນຂະຫຍາຍດີທີ່ສຸດເພື່ອໃຫ້ນັກທ່ອງທ່ຽວ, ກໍຄືຊາວຕ່າງປະເທດຢາກມາຢ້ຽມຢາມຫວຽດນາມ. ແຜນນະໂຍບາຍປະຕິບັດວີຊາເອເລັກໂຕນິກ ເພື່ອແນໃສ່ຊຸກຍູ້ການທ່ອງທ່ຽວ ກໍຄືການພົບປະແລກປ່ຽນສາກົນລະຫວ່າງພົນລະເມືອງສາກົນກັບຫວຽດນາມ.”