ກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ - ມົງໂກນ ຄັ້ງທີ 9
(VOVWORLD) - ວັນທີ 9 ທັນວາ 2020, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເລຮວ່າຍຈູງ ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດ ມົງໂກນ Munkhjin Batsumber ໄດ້ເປັນປະທານຮ່ວມວາລະປຶກສາຫາລືດ້ານການເມືອງລະຫວ່າງ ກະຊວງການຕ່າງປະເທດສອງປະເທດ ຫວຽດນາມ - ມົງໂກນ ຄັ້ງທີ 9 ດ້ວຍຮູບການທາງອອນລາຍ.
ກອງປະຊຸມປຶກສາຫາລືດ້ານການເມືອງລະຫວ່າງ ກະຊວງການຕ່າງປະເທດສອງປະເທດ ຫວຽດນາມ - ມົງໂກນ ຄັ້ງທີ 9 ດ້ວຍຮູບການທາງອອນລາຍ. (ພາບ: ກະຊວງການຕ່າງປະເທດ) |
ກ່ຽວກັບການພົວພັນດ້ານການເມືອງ, ສອງຝ່າຍໄດ້ຢັ້ງຢືນເຖິງການຖືເປັນສຳຄັນ ແລະ ປາດຖະໜາກຢາກສືບຕໍ່ພັດທະນາການພົວພັນ ແລະ ຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດທີ່ເໝາະສົມກັບເງື່ອນໄຂ ແລະ ຜົນປະໂຫຍດຂອງແຕ່ລະປະເທດ.
ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ສອງຝ່າຍເຫັນດີພ້ອມກັນຍູ້ໄວການຜັນຂະຫຍາຍການລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືຂົງເຂດຕ່າງໆ, ກ່ອນອື່ນໝົດແມ່ນລະບຽບການນຳເຂົ້າສິນຄ້າລະຫວ່າງສອງປະເທດ. ສອງຝ່າຍສືບຕໍ່ເອົາໃຈໃສ່ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດສອງປະເທດຄົ້ນຄວ້າຕະຫຼາດ, ຊອກຫາກາລະໂອກາດຮ່ວມມືໃນບັນດາຂົງເຂດ.
ກ່ຽວກັບບັນຫາສາກົນ ແລະ ພາກພື້ນ, ສອງຝ່າຍເຫັນດີເປັນເອກະພາບ ແລະ ຖືວ່າ ຄວນແກ້ໄຂບັນດາຄວາມບໍ່ລົງລອຍກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ ຜ່ານການເຈລະຈາ, ບົນພື້ນຖານເຄົາລົບກົດໝາຍສາກົນ.