ກອງປະຊຸມປະຈຳເດືອນຂອງກະຊວງ ການຕ່າງປະເທດ ຫວຽດນາມ

ກອງປະຊຸມປະຈຳເດືອນຂອງກະຊວງ ການຕ່າງປະເທດ ຫວຽດນາມ - ảnh 1
( ໂຄສົກ​ກະຊວງ​ການ​ຕ່າງປະ​ເທດຫວຽດນາມ ​ເລືອງ​ແທງ​ຫງິ້ )

( vovworld ) - ໜັງສືພິມ​ຈີນ ​ໄດ້​​ໃຫ້ຂ່າວ​ທີ່​ກ່ຽວຂ້ອງ​ເຖິງການ​ເຄື່ອນ​ໄຫວຂອງ​ກະຊວງ, ຂະ​ແໜງ​ການ​ຈຳນວນ​ໜື່ງຂອງ​ຈີນ ຢູ່​ເຂດ​ທະ​ເ​ລຕາ​ເວັນ​ອອກ ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນຄື; ທ່ານ​ລັດຖະມົນຕີ​ກະຊວງຄົມມະນາຄົມ​ຈີນ ​ໄປ​ກວດກາກຳ​ປັ່ນ​ລາດ​ຕາ​ເວນ​ທະ​ເລຢູ່ໝູ່ເກາະ ​ເຈື່ອງ​ຊາ,  ຫົວໜ້າ​ກົມ​ກິລາ​ຈີນ ​ມາ​ຢ້ຽມຢາມ​ເກາະຟູ໋ລົມ ຂື້ນ​ກັບໝູ່​ເກາະ​ເຈື່ອງ​ຊາ  ​ເພື່ອສຳ​ຫຼວດສະພາບ​ການ​ເຄື່ອນ​ໄຫວ​​ກິລາກາ​ຍະ​ກຳ. ວັນ​ທີ 23/2/2012, ຕອບ​ສຳພາດ​ຂອງ​ນັກ​ຂ່າວ​​ກ່ຽວ​ກັບ​ປະຕິກິລິຍາ​ຂອງ​ຫວຽດນາມ ຕໍ່​ເລື່ອງ​ທີ່​ຍົກ​ອອກ​ມາ​ນັ້ນ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດຫວຽດນາມ ​ເລືອງ​ແທງ​ຫງິ້ ຢືນຢັນ​ວ່າ.

“ ຫວຽດນາມ​ ມີ​ອະທິປະ​ໄຕ​ຕໍ່ໝູ່​ເກາະ ຮວ່າງ​ຊາ ​ແລະ ​ເຈື່ອງ​ຊາ. ການ​ເຄື່ອນ​ໄຫວ​ທັງ​ໝົດຢູ່​​ໝູ່​ເກາະ​ສອງ​ແຫ່ງນີ້​ເຊິ່ງບໍ່​ໄດ້​ຮັບ​ການ​ເຫັນ​ດີ​ຂອງ​ຫວຽ​ດນາມ ​ແມ່ນການ​ລະ​ເມີດ​ອະທິປະ​ໄຕ​ຂອງ​ຫວຽດນາມ ຢ່າງ​ຮ້າຍ​ແຮງ, ​ເຮັດ​ໃຫ້​ສະພາບ​ການຢູ່​ທະ​ເລ​ຕາ​ເວັນ​ອອກ​ມີ​ຄວາມ​ສັບ​ສົມ ​ແລະ ​ເຄັ່ງ​ຕຶງຂື້ນ​ຕື່ມ, ​ມັນຝືນ​ກັບຂໍ້​ຕົກລົງ​ບັນດາ​ຫຼັກການ​​ແກ້​ໄຂ​ບັນຫາ​ບົນທະ​ເລ​​ເຊິ່ງໄດ້​ຮັບ​ການ​ລົງ​ນາມ​ລະຫວ່າງ​ສອງ​ປະ​ເທດ​ ​ແລະ ບໍ່​​ແທດເໝາະ​ກັບ​ຖະ​ແຫຼງການ​ກ່ຽວ​ກັບ​ການ​ປະພຶດຕໍ່ຂອງ​ຝ່າຍ​ຕ່າງໆ​ບົນ​ທະ​ເລຕາ​ເວັນ​ອອກ ( DOC ), ກໍ​ຄື​ບັນດາ​ຄຳ​ໝັ້ນ​ສັນຍາ​ຮັກສາ​ສະຖຽນ​ລະ​ພາບ, ສັນຕິພາບ​ຢູ່​ທະ​ເລ”

ຫວຽດນາມ ຮຽກຮ້ອງ​ໃຫ້​ຝ່າຍ​ຈີນ ຕ້ອງ​ຢຸດ​ບັນດາ​ການ​ກະທຳ​ດັ່ງກ່າວ, ລົງ​ລ້າງ​ບັນດາໂຄງການ​ທີ່​ລະ​ເມີດ​ອະທິປະ​ໄຕ​ຂອງ​ຫວຽດນາມ ​ແລະ  ພ້ອມ​ກັບ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງຮ່ວມ​ມື​ກັນຮັກ​ສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ປະຕິບັດ DOC ຢ່າງ​​ເຂັ້ມງວດ.
ຂ່າວ/ບົດ​ອື່ນ