(ພາບ: Chinhphu.vn )
(vovworld)- ວັນທີ 30/12, ທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ໄດ້ເປັນປະທານກອງປະຊຸມສະໄໝສາມັນທ້າຍປີ 2014 ຂອງລັດຖະບານ. ກອງປະຊຸມສຸມໃສ່ປຶກສາຫາລືກ່ຽວກັບສະພາບຮຽບຮຽງ, ຍື່ນສະເໜີບັນດາຮ່າງກົດໝາຍ, ລັດຖະບັນຍັດ ແລະ ປະກາດໃຊ້ເອກະສານແນະນຳລະອຽດການປະຕິບັດກົດໝາຍ, ລັດຖະບັດຍັດຂອງລັດຖະບານປີ 2014 ກໍ່ຄືເຫັນດີເປັນເອກະສັນຕໍ່ໜ້າທີ່ປີ 2015.
ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ໄດ້ຕີລາຄາການປະຕິບັດໂຄງການສ້າງຮ່າງກົດໝາຍ, ລັດຖະບັນຍັດປີ 2014 ມີຄວາມພະຍາຍາມ, ກ້າວໜ້າຫຼາຍຢ່າງທັງດ້ານຈຳນວນເອກະສານຍື່ນສະເໜີປະກາດໃຊ້ ແລະ ຄຸນນະພາບຕາມເນື້ອໃນຈິດໃຈຖືກຕ້ອງຕາມລັດຖະທຳມະນູນ, ກົດໝາຍ ແລະ ມີລັກສະນະເປັນໄປໄດ້. ທ່ານນາຍົກລັດຖະມົນຕີຫງວຽນເຕິນຢຸງ ສະເໜີວ່າ: ເມື່ອນຳບັນດາຮ່າງກົດໝາຍເຂົ້າໂຄງການ, ບັນດາຫົວໜ່ວຍຕ້ອງຊັ່ງຊາຄວາມຈຳເປັນຕ້ອງປັບປຸງ ແລະ ລັກສະນະເປັນໄປໄດ້ເພື່ອພະຍາຍາມປະຕິບັດ; ບັນດາອົງການຮັບຟັງຄຳເຫັນຖືກຕ້ອງ, ເໝາະສົມເພື່ອປັບປຸງໃຫ້ສອດຄ່ອງ, ສ້າງເປັນສົມບູນແບບເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດໃຫ້ຖືກຕ້ອງຕາມຂັ້ນຕອນ, ເວລາ, ຮັບປະກັນຄຸນນະພາບ
ກອງປະຊຸມກໍ່ສຸມໃສ່ປຶກສາຫາລືກ່ຽວກັບວິວັດການປະຕິບັດມະຕິເລກທີ 19 ຂອງລັດຖະບານກ່ຽວກັບບັນດາໜ້າທີ່, ມາດຕະການຕົ້ນຕໍ ເພື່ອປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງກຳລັງແກ່ງແຍ້ງຂອງປະເທດຊາດ. ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ເນັ້ນໜັກວ່າ:
“ສືບຕໍ່ປະຕິບັດມະຕິເລກທີ 19, ເຮັດສິ່ງດັ່ງກ່າວໃຫ້ໄດ້, ພວກເຮົາຈຶ່ງສາມາດສ້າງສະພາບແວດລ້ອມແຫ່ງການແກ່ງແຍ້ງ, ສະພາບແວກລ້ອມແຫ່ງການດຳເນີນທຸລະກິດ, ຄວາມສາມາດແກ່ງແຍ້ງໃຫ້ແກ່ປະເທດຊາດໄດ້. ຕົ້ນປີໜ້າຕ້ອງເປີດເຜີຍຜົນແຫ່ງການປະຕິຮູບດ້ານການບໍລິຫານປີ 2014 ຂອງກະຊວງ, ທ້ອງຖີ່ນຕ່າງໆ“.
ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ກໍ່ຮຽກຮ້ອງບັນດາກະຊວງ, ຂະແໜງການ ແລະ ທ້ອງຖີ່ນຕ່າງໆສືບຕໍ່ຍືດໝັ້ນ, ປະຕິບັດການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງຄວາມສາມາດແກ່ງແຍ້ງ, ສ້າງການຫັນປ່ຽນຢ່າງແຮງ, ລະອຽດໃນປີ 2015, ຖືວ່ານີ້ແມ່ນໜ້າທີ່ຈຸດສຸມ, ເປັນປະຈຳໃນປີໜ້າ. ພິເສດແມ່ນຕ້ອງຍູ້ແຮງການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ເພື່ອຫຼຸດຜ່ອນເວລາເຮັດລະບຽບການ, ຫຼຸດຜ່ອນບັນຈຸພະນັກງານ ແລະ ຈຳກັດໄພຫຍໍ່ທໍ້… ./.