ກອງປະຊຸມປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມຢູ່ບັນດາແຂວງ,ນະຄອນປີ2015

ກອງປະຊຸມປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມຢູ່ບັນດາແຂວງ,ນະຄອນປີ2015 - ảnh 1
​​​ກອງ​ປະຊຸມ​ປະທານ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ
​ຫວຽດນາມ​ຢູ່​ບັນດາ​ແຂວງ, ນະຄອນ​ປີ 2015
(ພາບ: vtv.vn)


​​(vovworld) - ​ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມປະທານ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ຢູ່​ບັນດາ​ແຂວງ, ນະຄອນ​ປີ 2015, ​ເຊິ່ງດຳ​ເນີນ​ໄປ​ໃນ​ວັນ​ທີ 07/07, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີ​ນ ​ເນັ້ນ​ໜັກ​ວ່າ, ມີບັນດາ​ເນື້ອ​ໃນ​ສຳຄັນ​ເຊິ່ງ​ແນວ​ໂຮມ​ປະ​ເທດ​ຊາດ​ຕ້ອງ​​ຜັນ​ຂະຫຍາຍ​ແຕ່​ນີ້​ຮອດ​ທ້າຍ​ປີ, ​ໃນ​ນັ້ນ​ມີ​ວຽກ​ງານ​ສາສະໜາ, ຊົນ​ເຜົ່າ ​ແລະ ປ່ຽນ​ໃໝ່​ບັ້ນ​ຂົນຂວາຍ “ທົ່ວ​ປວງ​ຊົນ​ສາມັກຄີ​ສ້າງ​ຊີ​​ວິດວັດທະນະທຳ​ຢູ່​ເຂດ​ຊຸມ​ຊົນ”. ​ເປັນ​​ເອກະພາບ​ຕໍ່​ການ​ກຳນົດ​​ທິດ​ປ່ຽນ​ໃໝ່​ບັ້ນ​ຂົນຂວາ​ຍ “ທົ່ວ​ປວງ​ຊົນ​ສາມັກຄີ​ສ້າງ​ຊີ​​ວິດວັດທະນະທຳ​ຢູ່​ເຂດ​ຊຸມ​ຊົນ” ​ໃຫ້​ກາຍ​ເປັນບັ້ນ​ຂົນຂວາຍ “ທົ່ວ​ປວງ​ຊົນ​ສາມັກຄີ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ເຂດ​ຕົວ​ເມືອງ​ສີວິ​ໄລ”, ທ່ານ​ປະທານ ຫງວຽນ​ທ້ຽນ​ເຍີ​ນ ຢືນຢັນ​ວ່າ, ບັນດາ​​ເນື້ອ​ໃນ​ຕົ້ນ​ຕໍ່​ຂອງ​ບັ້ນ​ຂົນຂວາຍ​ນີ້ ​ແມ່ນ​ເໝາະ​ສົ​ມກັບ 19 ມາດຕະຖານ​ກໍ່ສ້າງ​ຊົນນະບົດ​ໃໝ່. ນອກຈາກ​ນັ້ນ, ທ່ານ​ປະທານ ຫງວຽນທ້ຽນ​ເຍີນ ກໍ່​ສະ​ເໜີ​ໃຫ້​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມທຸກ​ຂັ້ນ ຈົ່ງ​ມີ​ການ​ປະກອບສ່ວນ​ເຂົ້າ​​ໃນ​ການຈັດ​ຕັ້ງ​ຊີວິດ​ວັດທະນະທຳ​ທີ່​ຮອບ​ດ້ານ, ຜ່ານ​ການ​ສ້າງ​ຕັ້ງ​ບັນດາ​ສູນ​ເຄື່ອນ​ໄຫວ​ວົງ​ຄະນະ​ຍາດ ​ເພື່ອ​ເຕົ້າ​ໂຮມ​ປະຊາຊົນ​ກໍ່ສ້າງ​ຊີວິດ​ວັດທະນະທຳ​.

ຂ່າວ/ບົດ​ອື່ນ