ທ່ານນາງຫງວຽນທິບີງ(ຜູ້ນັ່ງຢູ່ເຄິ່ງກາງ)
ພວມລົງລາຍເຊັນໃນສັນຍາປາຣີ
|
Vovworld- ກ່ອນນີ້ 40 ປີເຕັມ, ຂະນະທີ່ສັນຍາປາຣີໄດ້ຮັບການລົງນາມຢູ່ໃນຕຶກອາຄານສູນກອງປະຊຸມສາກົນ Kléber ທີ່ນະຄອນຫຼວງປາຣີນັ້ນ, ຢູ່ນອກຕຶກອາຄານ, ພ້ອມກັບຊາວຝະລັ່ງ, ເພື່ອນມິດປະເທດຕ່າງໆທີ່ສະໜັບສະໜູນຫວຽດນາມຫຼາຍຄົນນັ້ນ, ພໍ່ແມ່ພີນ້ອງຊາວຫວຽດນາມອາໄສຢູ່ຝະລັ່ງເປັນຈຳນວນຫຼວງຫຼາຍກໍໄດ້ພາກັນຫຼັ່ງໄຫຼມາເຕົ້າໂຮມກັນຢູ່ທາງຫຼວງ Kléber ເພື່ອຂ່ຳນັບຊົມເຊີຍໄຊຊະນະ. ໃນຈຸດເວລາແຫ່ງປະຫວັດສາດນັ້ນ, ບັນຍາກາດຄວາມເບີກບານມ່ວນຊື່ນແມ່ນຍາກທີ່ຈະພັນລະນາໄດ້. ຄວາມຊົງຈຳດັ່ງກ່າວ ກໍບໍ່ມີວັນທີ່ຈະຈ່າງຫາຍໄປໃນຈິດໃຈຂອງ ພໍ່ແມ່ພີນ້ອງຊາວຫວຽດນາມຜູ້ທີ່ມີໜ້າ ແລະ ເຊີດຊູຄັນທຸງຂອງຊາດບົນສະໜາມຫຼວງ Kléber ໃນຄາວນັ້ນ.
ທ່ານນາງ Thé rè se ຫງວຽນວັນກີ້ ປະທານສະມາຄົມ ຊາວຫວຽດນາມອາໄສຢູ່ຝະລັ່ງ, ຜູ້ຮັບຜິດຊອບວຽກງານເບິ່ງແຍງດູແລສຸຂະພາບໃຫ້ແກ່ຄະນະນັກເຈລະຈາໃນໄລຍະດຳເນີນການເຈລະຈາ ເປີດເຜີຍວ່າ
“ ບໍ່ມີຄຳປະໂຫຍກໃດໆທີ່ສາມາດພັນລະນາຈົນສຸດກ່ຽວກັບຄວາມຕື້ນຕັນໃຈ, ຄວາມເບີກບານມ່ວນຊື່ນໃນໄລຍະເວລານັ້ນ. ໃນເບື້ອງຕົ້ນ, ຂ້າພະເຈົ້າກໍບໍ່ເຂົ້າໃຈສະພາບການຕົວຈິງແມ່ນຄືແນວໃດ, ແລ້ວກໍໄດ້ຍິນຢູ່ຫວຽດນາມພວກເຮົາ, ສາມາດຍາດໄດ້ຈາກໄຊຊະນະນີ້ໄປສູ່ໄຊຊະນະອື່ນ, ຂ້າພະເຈົ້າດີໃຈທີ່ສຸດ. ຮອດວັນສັນຍາປາຣີໄດ້ຮັບການລົງນາມ, ຂ້າພະເຈົ້າກໍບໍ່ຮູ້ຈັກຈະເວົ້າຄືແນວໃດເພື່ອພັນລະນາເຖິງຄວາມຮູ້ສຶກຂອງຕົນໃນຈຸດເວລານັ້ນ ”
ສ່ວນປ້າ ໂງເລທູ ຊາວຫວຽດນາມຜູ້ໜຶ່ງທີ່ມີຄວາມຜູກພັນກັບ 2 ຄະນະນັກເຈລະຈາຫວຽດນາມໄດ້ເວົ້າດ້ວຍຄວາມຕື້ນຕັນໃຈເມື່ອຫວນຄືນ ຈຸດເວລາແຫ່ງປະຫວັດສາດຄາວນັ້ນວ່າ :
“ ຄວາມຮູ້ສຶກທຳອິດຂອງເຮົາແມ່ນພາກພູມໃຈ ແລະ ເອກອ້າງທະນົງໃຈທີ່ສຸດ. ຂ້າພະເຈົ້າເຄີຍດຳລົງຊີວິດໃນສະໄໝຫວຽດນາມເປັນຫົວເມືອງຂຶ້ນຂອງຝະລັ່ງ, ໄດ້ຮູ້ໄດ້ເຫັນຄວາມລຳບາກກາກກຳຂອງຜູ້ຖືກກົດຂີ່ຂົ່ມເຫງ. ປະຈຸບັນໄດ້ເຫັນປະເທດຫວຽດນາມພັດທະນາດີຂຶ້ນ, ຊາວຫວຽດນາມກໍຍ້ອນມີກອງປະຊຸມປາຣີນັ້ນ, ໄດ້ມີເສລີພາບ ”
ລຸງ ດວານຮິ້ວຈຸງ ຊາວຫວຽດນາມຜູ້ໜຶ່ງອາໄສຢູ່ຝະລັ່ງ ທີ່ມີຄວາມຜູກພັນກັບ ຄະນະນັກເຈລະຈາພາກໃຕ້ຫວຽດນາມຢູ່ປາຣີ ຍັງໄດ້ແຕ່ງບົດກາບກອນເພື່ອສະແດງຄວາມຄວາມຕື້ນຕັນໃຈ, ຄວາມເບີກບານໃຈຂອງຕົນວ່າ :
“ ບົດກາບກອນມີຄວາມໝາຍວ່າ : ຂ່າວດີຂ່າວມ່ວນມາຮອດແລ້ວ, ເຮັດໃຫ້ຫົວໃຈເຮົາສັ່ນສະເທື່ອນ, ເຖິງວ່າພວມຢູ່ແດນໄກ, ຈິດໃຈເຮົາປຽບເໝືອນຢູ່ໃນບ້ານເກີດ, ທຸງແດງດາວຄຳເຕັມທ້ອງຖະໜົນປາຣີ, ສຽງຊົມເຊີຍຫວຽດນາມພ້ອມກັນດັງຂຶ້ນ, ຊົມເຊີຍຫວຽດນາມ, ຊົມເຊີຍພວກສະຫາຍສຳເລັດຜົນ, ຫວຽດນາມເອກະລາດໝັ້ນຍືນ ” .