(vovworld) - ຕອນເຊົ້າວັນທີ 13/4, ກະຊວງສາທາລະນະສຸກຫວຽດນາມ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ສົມທົບກັນຈັດຕັ້ງກອງປະຊຸມຜັນຂະຫຍາຍວຽກງານປ້ອງກັນ ແລະ ຄວບຄຸມໂລກໄຂ້ຫວັດ A/H7N9. ພາຍຫລັງໄດ້ຮັບຂ່າວກ່ຽວກັບໂລກໄຂ້ຫວັດ A/H7N9 ເກີດຂຶ້ນຢູ່ ຈີນ, ກະຊວງສາທາລະນະສຸກໄດ້ພົວພັນຕິດຕໍ່ຢ່າງແຫນ້ນແຟ້ນກັບອົງການອະນາໄມໂລກ ແລະ ບັນດາປະເທດໃນພາກພື້ນເພື່ອກຳແຫນ້ນສະພາບການ ພ້ອມທັງສົມທົບກັບບັນດາກະຊວງ, ຂະແຫນງການ ແລະ ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນ ຊີ້ນຳບັນດາມາດຕະການປ້ອງກັນ ແລະ ຄວບຄຸມໂລກລະບາດຢ່າງຂ້ຽວຂາດ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນທິກີມຕຽນ, ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມໃຫ້ຮູ້ວ່າ:
“ເຖິງວ່າໂລກລະບາດ A/H7N9 ບໍ່ທັນເກີດຂຶ້ນຢູ່ ຫວຽດນາມ ກໍຕາມແຕ່ໄພເຊື່ອມຊືມເຂົ້າແມ່ນໃຫຍ່ຫລວງ ເພາະວ່າ ຫວຽດນາມ ມີເສັ້ນຊາຍແດນທາງບົກຕິດກັບຈີນ ມີຄວາມຍາວ 1350 ກິໂລແມດ, ມີ 42 ດ່ານຊາຍແດນສາກົນ ແລະຕະຫລາດນ້ອຍຫລາຍແຫ່ງຢູ່ລຽບຕາມ ຊາຍແດນ ຫວຽດນາມ - ຈີນ. ສະນັ້ນ ຫນ້າທີ່ປ້ອງກັນ ແລະ ຄວບຄຸມໂລກລະບາດບໍ່ພຽງແຕ່ແມ່ນຂອງຂະແຫນງສາທາລະນະສຸກເທົ່ານັ້ນ ຫາກຍັງຂອງຫລາຍກະຊວງ, ຂະແຫນງການ ແລະ ພິເສດແມ່ນການຊີ້ນຳຢ່າງຂ້ຽວຂາດຂອງອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ.”