ກອງປະຊຸມຜັນຂະຫຍາຍວຽກງານຂະແໜງໄອຍະການປີ 2015
(ພາບ: cand.com.vn)
|
(vovworld) – ວັນທີ 16/1, ເມື່ອເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມຜັນຂະຫຍາຍວຽກງານຂະແໜງໄອຍະການປີ 2015, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ຍ້ອງຍໍຊົມເຊີຍບັນດາໝາກຜົນທີ່ຂະແໜງໄອຍະການປະຊາຊົນບັນລຸໄດ້ໃນປີ 2014, ປະກອບສ່ວນສຳຄັນຈຳກັດການເພີ່ມຂຶ້ນຂອງອາດຊະຍາກຳ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ປົກປັກຮັກສາລະບອບສັງຄົມນິຍົມ, ປົກປ້ອງສິດທິມະນຸດ, ສິດຂອງພົນລະເມືອງ, ຜົນປະໂຫຍດຂອງລັດ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງອົງການ ແລະ ສ່ວນບຸກຄົນ, ສ້າງສະພາບແວດລ້ອມສະຖຽນລະພາບໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ ແລະ ເຊື່ອມໂຍງເຂົ້າກັບສາກົນຂອງປະເທດຊາດ. ກ່ຽວກັບຄວາມຮຽກຮ້ອງຕ້ອງການໜ້າທີ່ວາງອອກໃນປີ 2015 ແລະ ຊຸມປີຕໍ່ໄປ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເນັ້ນໜັກວ່າ: ໜ້າທີ່ສຳຄັນຂອງຂະແໜງໄອຍະການປະຊາຊົນແມ່ນຕ້ອງສືບຕໍ່ຊາບຊຶມບັນດາທັດສະນະ, ແນວຄິດຊີ້ນຳຂອງພັກເລິກເຊິ່ງ ແລະ ປະຕິບັດຢ່າງເຂັ້ມງວດ, ມີປະສິດທິຜົນ, ປ່ຽນໃໝ່ຢ່າງແຮງ ແລະ ຮອບດ້ານເພື່ອກໍ່ສ້າງລະບົບອົງການໄອຍະການປອດໄສ, ໝັ້ນຄົງເຂັ້ມແຂງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະ ຄວາມຫວັງຂອງພັກ, ຂອງປະຊາຊົນ ຢ່າງແທດຈິງ.