ກອງປະຊຸມຜັນຂະຫຍາຍໂຄງການແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ

ກອງປະຊຸມຜັນຂະຫຍາຍໂຄງການແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ - ảnh 1
ກອງ​ປະຊຸມ​ຜັນ​ຂະຫຍາຍ​ໂຄງການ​ແຫ່ງ​ຊາດ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) – ​​ຕອນ​ເຊົ້າວັນ​ທີ 8/5, ຢູ່ຮ່າ​ໂນ້ຍ, ກະຊວງ​ແຮງ​ງານ​ທະ​ຫາຍ​ເສຍ​ອົງຄະ ​ແລະ ສັງ​ຄົມຫວຽດນາມໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ເສີມ​ຂະຫຍາຍ​ໂຄງການ​ແຫ່ງ​ຊາດ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ ​ໄລຍະ 2011 – 2015. ​ໂຄງການ​ແຫ່ງ​ຊາດ​ກ່ຽວກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ​ເພື່ອ​ແນ​ໃສ່​ສ້າງ​ບາ​ດກ້າວປ່ຽນ​ໃໝ່​ຢ່າງ​ແຮງ​ກ່ຽວ​ກັບ​ຄວາມ​ຮັບ​ຮູ້, ຊຸກຍູ້​ທົ່ວ​ສັງຄົມ​ປ່ຽນ​ແປງ​ການ​ກະທຳ, ປະຕິບັດ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ Nguyen Thanh Hoa, ຮອງລັດຖະມົນຕີ​ຊ່ວຍ​ວ່າການຜູ້​ປະຈຳການ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ ​ເນັ້ນ​ໜັກ​ວ່າ: ​ເນື້ອ​ໃນ​ສຳຄັນ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້ ​ແມ່ນ​ແລກປ່ຽນ, ປຶກສາ​ຫາລື​ເພື່ອ​ແກ້​ໄຂ​ບັນດາ​ຂໍ້​ຕິດ​ຂັດ ​ແລະ ຊອກ​ຫາ​ມາດ​ຕະການ​ຕ່າງໆ​ເພື່ອ​ປະຕິບັດ​​ໂຄງການ​ຢ່າງ​ມີ​ປະສິດ​ທິຜົນ. ທ່ານ​​ຮອງລັດຖະມົນຕີ​ຊ່ວຍ​ວ່າການ Nguyen Thanh Hoa ​ເວົ້າ​ວ່າ:

“​ແຕ່ລະ​ທ້ອງ​ຖີ່​ນມີ​ຈຸດ​ພິ​ເສດສະ​ເພາະ​ຂອງ​ຕົນ, ບົນ​ພື້ນຖານ​ການ​​ແນະນຳ​ນີ້ ຈຶ່ງ​ສ້າງ​ໂຄງການ​ໃຫ້​ລະອຽດ ​ແລະ ​ເໝາະ​ສົມ​ກັບ​ທ້ອງ​ຖີ່​ນຂອງ​ຕົນ ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບລະຫວ່າງ​ຍິງ - ຊາຍ ​ເພື່ອ​ປະກອບສ່ວນ​ພ້ອມກັບ​ທົ່ວ​ປະ​ເທດ​ປະຕິບັດ​ຈຸດໝາຍ​ລວ​ມ. ບັນດາ​ແຂ​ວງ​ເຂດ​ພູດ​ອຍກໍ​ຊາບ​ຊຶມ​ເນື້ອ​ໃນ​ພື້ນຖານ​ຂອງ​ຍຸດ​ທະ​ສາດ​ແຫ່ງ​ຊາດ ກຳ​ແໜ້ນ​ຂໍ້​ກ​ຳນົດຂອງ​ບັນດາ​ກະຊວງ, ຂະ​ແໜງ​ການ​ເພື່ອ​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ​ຢູ່ທ້ອງ​ຖີ່​ນຂອງຕົນ”

ຂ່າວ/ບົດ​ອື່ນ