ກອງປະຊຸມຜັນຂະຫຍາຍໜ້າທີ່ປີ 2013 ຂອງຂະແໜງຍຸຕິທຳ

ກອງປະຊຸມຜັນຂະຫຍາຍໜ້າທີ່ປີ 2013 ຂອງຂະແໜງຍຸຕິທຳ - ảnh 1
ທ່ານນາຍົກລັດຖະມົນຕີ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: B.T.P)

(vovworld) - ຕອນ​ເຊົ້າ​ວັນ​ທີ 9/1, ຢູ່​ຮ່າ​ໂນ້ຍ, ກະຊວງ​ຍຸຕິ​ທຳ ຈັດ​ຕັ້ງ​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ຍຸຕິ​ທຳ​ປີ 2012 ​ແລະ ຜັນ​ຂະຫຍາຍ​ວຽກ​ງານ​ປີ 2013. ປີຜ່ານມາ, ​ໂດຍ​ປະຕິບັດ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນ​ຍັດ, ກະຊວງ​ຍຸຕິ​ທຳ​ໄດ້​ສ້າງ, ຍື່ນ​ສະ​ເໜີ​ຕໍ່ນາຍົກລັດຖະມົນຕີ ປະກາດ​ໃຊ້​ບັນດາ​ຂໍ້​ຕົກລົງ ​ແບ່ງ​​ງານ​ໃຫ້​ອົງການ​​ຮຽບຮຽງ​ບັນດາ​ຮ່າງ​ກົດ​ໝາຍ, ຮ່າງ​ລັດຖະບັນຍັດ. ​ມາ​ຮອດ​ປະຈຸ​ບັນ, ມີ​ກົດໝາຍ, ລັດຖະບັນຍັດ, ມະຕິ 27 ສະບັບ​. ໄດ້ບັນດາ​ກະຊວງ, ຂະ​ແໜງ​ການ​​ໄດ້ສ້າງ​ສຳ​ເລັດ ​ແລະ ຍືນ​ສະ​ເໜີ​ຕໍ່ສະພາ​ແຫ່ງ​ຊາດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ.

ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຮຽກຮ້ອງ​ວ່າ​ໃນ​ປີ 2013, ຂະ​ແໜງ​ຍຸຕິ​ທຳ​ຄວນ​ຍົກ​ສູງ​ຄຸນ​ນະພາ​ບການ​ສ້າງ​ລະບອບ​ຕາມ​ທິດ​ມີ​ລັກສະນະ​ຄາດ​ຄະ​ເນ ​ແລະ ​ເປັນ​ປົກກະຕິ​ສູງ, ຊ່ວຍ​​ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ໝູ່ປະຊາຊົນ ​ແລະ ປະຊາ​ຄົ​ມວິ​ສາ​ຫະກິດ, ຍົກ​ສູງ​ຄຸນ​ນະພາ​ບການ​ສ້າງ​ບັນດາ​ເອກະສານນິຕິ​ກຳ. ພ້ອມ​ທັງ​ເປັນ​ເສນາ​ທິການ​ຊ່ວຍ​ໃຫ້​ພັກ, ສະພາ​ແຫ່ງ​ຊາດ, ລັດຖະບານ, ບັນ​ດາ​ກະຊວງ ຂະ​ແໜງ​ການ​ທ້ອງ​ຖິ່ນ ຜັນ​ຂະຫຍາຍ​ການ​ຮັບ​ເອົາ​ຄຳ​ເຫັນ​ຈາກ​ປະຊາຊົນກ່ຽວ​ກັບຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງຢ່າງ​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ