ກອງປະຊຸມຜູ້ລາຍງານບັນດາແຂວງ,ນະຄອນເດືອນ5/2015

ກອງປະຊຸມຜູ້ລາຍງານບັນດາແຂວງ,ນະຄອນເດືອນ5/2015 - ảnh 1
ພາບ​ປະ​ກອບ

(vovworld) – ​ທີ່​ກອງ​ປະຊຸມ​ຜູ້​ລາຍ​ງານ​ບັນດາ​ແຂວງ, ນະຄອນ, ບັນດາອົງ​ຄະນະ​ພັກ​ ​ຂຶ້ນ​ກັບ​ສູນ​ກາງ ​ເດືອນ 5/2015 ​ຖືກຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນທີ 12/5, ຢູ່​ຮ່າ​ໂນ້ຍ, ບັນດາ​ຜູ້​ແທນ​​ໄດ້​​ຮັບຟັງ 4 ຫົວ​ເລື່ອງ​ກ່ຽວ​ກັບ​ສະຖານະ​ການ​​ທີ່ພວມ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​​ໃນປະ​ຈຸ​ບັນ. ນັ້ນ​ແມ່ນ​ກອງ​ປະຊຸມ​ໃຫຍ່​ພັກ​ທຸກ​ຂັ້ນ, ມຸ່ງ​ໄປ​ເຖິງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 12 ຂອງພັກ, ໝາກຜົນ​ແຫ່ງ​ການ​ປະຕິບັດ​ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ກະສິກຳ​ຄືນ​ໃໝ່ ​ແລະ ກໍ່ສ້າງ​ຊົນນະບົດ​ໃໝ່, ບັນດາ​ຈຸດ​ໃໝ່​ຂອງ​ກົດໝາຍ​ວ່າ​ດ້ວຍການ​ປະກັນ​​ສັງຄົມ (ສະບັບ​ປັບປຸງ), ບາງ​ໜ້າ​ທີ່, ມາດ​ຕະການ​ເພື່ອ​ນຳ​ກົດໝາຍ​ວ່າ​ດ້ວຍການ​ປະກັນ​ສັງຄົມ​ກ້າວເຂົ້າ​ສູ່ຊີວິດ ​ແລະ ການ​ພົວພັນການ​ຕ່າງປະ​ເທດ​ຂອງ ຫວຽດນາມ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້. ດ້ວຍ​ບັນດາ​ເນື້ອ​ໃນ​ດັ່ງກ່າວ, ຜູ້ຕາງ​ໜ້າ​ຂອງ​ຄະນະ​ໂຄສະນາ​ສູນ​ກາງ​ສະ​ເໜີ​ວ່າ: ຄຽງ​ຂ້າງ​ເລື່ອງຍູ້​ແຮງ​ການໂຄສະນາ​ເຜີຍ​ແຜ່ຊຸກຍູ້​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່, ທຸກ​ຂັ້ນ, ທຸກ​ຂະ​ແໜງການ, ທຸກທ້ອງ​ຖິ່ນ​ ຄວນ​ສືບ​ຕໍ່​ຄົ້ນຄວ້າ​ເພີ່ມ​ເຕີມ, ​​ປັບປຸງ​ບັນດາ​ມາດຖານ​ຊົນນະບົດ​ໃໝ່ ​ເຮັດ​ແນວ​ໃດ​ໃຫ້ເໝາະ​ສົມ​ກັບ​ມາດຖານ​ຂອງ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ. ພິ​ເສດ ​ໃນ​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່​ໃຫ້ກອງ​ປະຊຸມ​ໃຫຍ່​ພັກ​ທຸກ​ຂັ້ນ ມຸ່ງ​ໄປ​ເຖິງກອງ​ປະຊຸມ​ໃຫຍ່ທົ່ວ​ປະ​ເທດຄັ້ງ​ທີ 12 ຂອງ​ພັກ, ຕ້ອງ​​ໃກ້ຊິດຕິດ​ແທດ​ກັບ​ແຜນກາ​ນ, ການ​ແນະນຳ​ຂອງ​ຄະນະ​ໂຄສະນາ​ສູນ​ກາງ ​ແລະ ອົງການ​ກ່ຽວຂ້ອງ​ຕ່າງໆ.
ຂ່າວ/ບົດ​ອື່ນ