ກອງປະຊຸມພາກພື້ນ ການບຳລຸງສ້າງວິຊາຊີບ ຈະຖືກໄຂຂຶ້ນໃນມໍ່ໆນີ້

ກອງປະຊຸມພາກພື້ນ ການບຳລຸງສ້າງວິຊາຊີບ ຈະຖືກໄຂຂຶ້ນໃນມໍ່ໆນີ້  - ảnh 1
ກອງ​ປະຊຸມ​ພາກ​ພື້ນ​ກ່ຽວ​ກັບ​ການ​ບຳລຸງ​ສ້າງ​ວິຊາ​ຊີບ​ຢູ່​ຫວຽດນາມ ຈະຖືກໄຂຂຶ້ນ​ໃນ​ວັນ​ທີ 10 ​ແລະ 11 ຕຸລາທີ່​ຈະມ​​າເຖິງ ຢູ່​ຮ່າ​ໂນ້ຍ
(ພາບ: internet)


Vovworld- ​ໃນ​ວັນ​ທີ 10 ​ແລະ 11 ຕຸລາທີ່​ຈະມ​​າເຖິງ ຢູ່​ຮ່າ​ໂນ້ຍ, ກະຊວງ​ແຮງ​ງານ-ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ​ຈະ​ສົມທົບ​ກັບ​ອົງການ​ຮ່ວມ​ມື​ພັດທະນາ​ເຢຍລະ​ມັນຈະດຳ​ເນີນ​ກອງ​ປະຊຸມ​ສາກົນ​ດ້ວຍ​ຫົວ​ເລື່ອງ “ ກອງ​ປະຊຸມ​ພາກ​ພື້ນ​ກ່ຽວ​ກັບ​ການ​ບຳລຸງ​ສ້າງ​ວິຊາ​ຊີບ​ຢູ່​ຫວຽດນາມ - ບາດກ້າວ​ບຸກທະລຸ​ທາງ​ດ້ານ​ຄຸນ​ນະພາ​ບການ​ສອນ​ວິຊາ​ຊີບ ” . ນີ້​ແມ່ນ​ຂ່າວ​ຄາວ​ໂດຍ ກະຊວງ​ແຮງ​ງານ-ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ​ປະກາດ​ທີ່​ການ​ປະຊຸມ​ຂ່າວ​ແນ​ະນຳ​ກ່ຽວ​ກັບ​ກອງ​ປະຊຸມ​ຊຶ່ງ​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍວັນ​ທີ 5/10. “ ກອງ​ປະຊຸມ​ພາກ​ພື້ນ​ກ່ຽວ​ກັບ​ການ​ບຳລຸງ​ສ້າງ​ວິຊາ​ຊີບ​ຢູ່​ຫວຽດນາມ - ບາດກ້າວ​ບຸກທະລຸ​ທາງ​ດ້ານ​ຄຸນ​ນະພາ​ບການ​ສອນ​ວິຊາ​ຊີບ ” ​ແມ່ນ​ບາດກ້າວ​ຜັນ​ຂະຫຍາຍ​ຂໍ້​ຕົກລົງ​ຂອງ​ນາຍົກລັດຖະມົນຕີກ່ຽວ​ກັບ​ການ​ພັດທະນາ​ສອນ​ວິຊາ​ຊີບ​ຫວຽດນາມ​ໄລຍະ 2011-2020. ທ່ານ​ຮອງ​ລັດຖະມົນຕີກະຊວງ​ແຮງ​ງານ-ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ Nguyen Ngoc Phi ຊີ້​ແຈ້ງວ່າ :

    “ ຫວຽດນາມ​ແມ່ນ​ຊາດ​ໜຶ່ງ​ທີ່​ມີ​ຄວາມ​ຫວັງ​ຢາກ​ພັດທະນາ​ໃຫ້​ທັດ​ທຽມ​ກັບ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ໃນ​ໂລກ, ດັ່ງ​ນັ້ນໜ້າ​ທີ່ ສອນ​ວິຊາ​ຊີບ​ຂອງ​ພວກ​ເຮົາ​ແມ່ນ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ເປັນ​ຢ່າງ​ດີ, ພິ​ເສດ​ແມ່ນ​ກັບ​ເຢຍລະ​ມັນ. ຫວຽດນາມ​ຢາກ​ຖອດ​ຖອນ​ບົດຮຽນ​ຈາກ​ບັນດາ​ປະ​ເທດ, ກ່ອນ​ອື່ນ​ໝົດ​ແມ່ນ​ບັນດາ​ປະ​ເທດ​ພັດທະນາ​ຢູ່​ເອີ​ລົບ ​ແລະ ອາຊີ ​ເພື່ອ​ເຮັດ​ແນວ​ໃດ​ຍົກ​ສູງ​ຄຸນ​ນະພາ​ບການ​ບຳລຸງ​ສ້າງ​ໃຫ້​ດີ​ກ່ວາ. ປ່ຽນ​ໃໝ່​ກ່ຽວ​ກັບ​ມາດຕະຖານ​ວຽກ​ງານ ສອນ​ວິຊາ​ຊີບ​ແມ່ນ​ບັນຫາ​ສຳຄັນ​ທີ່​ສຸດ​ໃນ​ປະຈຸ​ບັນ, ​ໃນ​ນັ້ນ​ຄຸນ​ນະພາ​ບການ​ບຳລຸງ​ສ້າງຢູ່​ບັນດາ​ໂຮງຮຽນ​ສອນ​ວິຊາ​ຊີບຕ້ອງ​ບັນລຸ​ມາດຕະຖານ ”

ຂ່າວ/ບົດ​ອື່ນ