ກອງປະຊຸມພາກພື້ນອາຊີ-ປາຊີຟິກກ່ຽວກັບການຮັກສາສັນຕິພາບຈະດຳເນີນໄປຢູ່ອິນໂດເນເຊຍ

ກອງປະຊຸມພາກພື້ນອາຊີ-ປາຊີຟິກກ່ຽວກັບການຮັກສາສັນຕິພາບຈະດຳເນີນໄປຢູ່ອິນໂດເນເຊຍ - ảnh 1
(ພາບປະກອບ)

​​(vovworld) - ຕາມ​​ແຈ້ງ​ການ​​ທາງ​ການ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ ​ແລ້ວ, ວັນ​ທີ 27 – 28/07 ຈະ​ມາ​ເຖິງ, ກອງ​ປະຊຸມ​ພາ​ກພື້ນ​ອາຊີ-ປາຊີ​ຟິກກ່ຽວ​ກັບ​ການ​ຮັກສາ​ສັນຕິພາບ​ຈະ​ຈັດ​ຕັ້ງ​ຢູ່​ນະຄອນຫຼວງ ຈາ​ກາກ​ຕາ. ​ເຫດການ​ນີ້​ແມ່ນ​ສ່ວນ​ໜຶ່ງ​ໃນ​ບັນດາ​ກອງປະຊຸມ​ຄ້າຍຄື​ກັນທີ່​ກ່ຽວຂ້ອງ​ເຖິງ​ເລື່ອງ​ຮັກສາ​ສັນຕິພາບ​ຢູ່​ບັນດາ​ພາກ​ພືນ​ອື່ນໆ​ຄື: ​ເອີ​ລົບ, ທະວີບອາ​ເມ​ລິ​ກາ ​ແລະ ອາ​ຟລິກາ​. ບັນດາ​ເຂົ້າ​ໜ້າ​ທີ່​ຂັ້ນ​ສູງ​ທີ່​ມາ​ຈາກ​ປະມານ 30 ປະ​ເທດ, ​ໃນ​ນັ້ນ​ມີ 5 ສະມາຊິກ​ປະຈຳ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດຈະເຂົ້າ​ຮ່ວ​ມ. ດ້ວຍ​ຫົວ​ຂໍ້​ວ່າ “​ເພີ່ມ​ທະວີ​ຄວາມ​ສາມາດຮັບ​ມື​ ​ແລະ ການ​ກະທົບ​ຂອງ​ບັນດາ​ການ​ເຄື່ອນ​​ໄຫວ​ຮັກສາ​ສັນຕິພາບ​ສະຫະ​ປະຊາ​ຊາດ”, ຄາດ​ວ່າ, ກອງ​ປະຊຸມ​ຈະ​ລະດົມ​​ເພີ​​ມທະວີ​ການ​ໜູນ​ຊ່ວຍ ​ແລະ ການປະກອບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ກອງທັບ​ຈາກ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາຊີ - ປາຊີ​ຟິກ ​ໃຫ້​ແກ່​ພາລະ​ໜ້າ​ທີ່​ຮັກສາ​ສັນຕິພາບ​ສະຫະ​ປະຊາ​ຊາດ.

ຂ່າວ/ບົດ​ອື່ນ