ກອງ​ປະ​ຊຸມ​ພິ​ເສດ​ຂອງ​ຄະ​ນະ​ກຳ​ມ​ະ​ການລະ​ຫວ່າງ​ລັດ​ຖະ​ບານ ອາ​ຊຽນ ກ່ຽວ​ກັບ ສິດທິມະນຸດ

(VOVWORLD) -ໃນລະຫວ່າງວັນທີ 25-27 ສິງຫາ, ຫວຽດນາມ ໃນຖານະຕຳແໜ່ງເປັນປະທານຄະນະກຳມະການລະຫວ່າງລັດຖະບານ ອາຊຽນ ກ່ຽວກັບ ສິດທິມະນຸດ (AICHR), ໄດ້ເປັນປະທານກອງປະຊຸມພິເສດຂອງ AICHR ຜ່ານທາງອອນລາຍ. ນີ້ແມ່ນກອງປະຊຸມຢ່າງເປັນທາງການຄັ້ງທີ 3 ໃນປີ 2020 ໂດຍ ຫວຽດນາມ ເປັນປະທານ.
ກອງ​ປະ​ຊຸມ​ພິ​ເສດ​ຂອງ​ຄະ​ນະ​ກຳ​ມ​ະ​ການລະ​ຫວ່າງ​ລັດ​ຖະ​ບານ ອາ​ຊຽນ ກ່ຽວ​ກັບ ສິດທິມະນຸດ - ảnh 1 ບັນດາຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ (ພາບ: baoquocte.vn)

ກອງປະຊຸມຄັ້ງນີ້ກໍ່ເພື່ອແນໃສ່ກະກຽມເນື້ອໃນໃຫ້ແກ່ການພົບປະຂອງ AICHR ກັບບັນດາທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ (ຄາດວ່າຈະຈັດຂຶ້ນໃນເດືອນ ກັນຍາ ປີ 2020) ໃນນັ້ນຈຸດສຸມແມ່ນຍື່ນສະເໜີໃຫ້ຮັບຮອງເອົາແຜນການປະຕິບັດງານ AICHR ໄລຍະ 2021-2025, ລາຍການບຸລິມະສິກ AICHR 2021 ແລະ ບັນດາບັນຫາຕ່າງໆທີ່ກ່ຽວຂ້ອງເຖິງການຊຸກຍູ້ ແລະ ບົກປ້ອງສິດທິມະນຸດໃນພາກພື້ນ ອາຊຽນ.

ໃນບົດບາດເປັນປະທານ AICHR 2020, ທ່ານນາງເອກອັກຄະລັດຖະທູດ ຫງວຽນທ໊າຍອຽນເຮືອງ  ເນັ້ນໜັກວ່າ ເຖິງວ່າຍືນຢູ່ຕໍ່ໜ້າຄວາມຫຍຸ້ງຍາກທີ່ບໍ່ເຄີຍມີມາກ່ອນຂອງໂລກລະບາດໂຄວິດ-19ກໍ່ຕາມ, AICHR ກໍ່ໄດ້ສະແດງໃຫ້ເຫັນຄວາມສາມັກຄີ, ເອກະພາບ, ຄວາມຕັດສິນໃຈຜັນຂະຫຍາຍບັນດາການເຄື່ອນໄຫວຕາມແຜນການ, ພິເສດແມ່ນໄດ້ສຳເລັດການຮຽບຮຽງ ແລະ ຮັບຮອງເອົາເນື້ອໃນແຜນການປະຕິບັດງານຂອງ AICHR ໃນໄລຍະ 2021-2025 ແລະ ລາຍການບຸລິມະສິດ AICHR 2021; ພ້ອມທັງຢັ້ງຢືນວ່າ ຫວຽດນາມ ໃນຖານະຕຳແໜ່ງເປັນປະທານ AICHR ເວົ້າສະເພາະ ແລະ ເປັນປະທານ ອາຊຽນ ປີ 2020 ເວົ້າລວມຈະຕັ້ງໜ້າສົມທົບກັບບັນດາປະເທດເພື່ອເພີ່ມທະວີຄວາມສະໜິດຕິດພັນ ແລະ ເປັນເຈົ້າການຮັບມື, ຊຸກຍູ້ຄວາມຄືບໜ້າໃນການຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືດ້ານສິດທິມະນຸດຂອງ AICHR ໃນພາກພື້ນ ແລະ ລະຫວ່າງພາກພື້ນ, ປະກອບສ່ວນໃຫ້ແກ່ຄວາມມານະພະຍາຍາມລວມຂອງປະຊາຄົມ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ