ກອງປະຊຸມລັດຖະມົນຕີ APEC ປຶກສາຫາລືກ່ຽວກັບການເປີດປະຕູຕະຫຼາດ ແລະ ເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ
(VOVWORLD) -ປະຊຸມລັດຖະມົນຕີ ການຕ່າງປະເທດ ແລະ ການຄ້າຂອງ 21 ພື້ນຖານເສດຖະກິດ ທີ່ເປັນສະມາຊິກຂອງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຖືກໄຂຂຶ້ນໃນວັນທີ 15 ພະຈິກ ຢູ່ນະຄອນຫຼວງ Port Morseby ຂອງປະເທດ ປາປົວນິວກີເນ.
ຄາດວ່າ ບັນດາລັດຖະມົນຕີຈະປຶກສາຫາລືກ່ຽວກັບບັນດາມາດຕະການ ເພື່ອແນໃສ່ເປີດປະຕູຕະຫຼາດ ແລະ ເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນໃຫ້ຫຼາຍກວ່າອີກ ໃນສະພາບທີ່ລັດທິອາລັກຂານັບມື້ນັບເພີ່ມຂຶ້ນ. ບັນດາລັດຖະມົນຕີກໍຈະພິຈາລະນາບັນດາມາດຕະການເພື່ອແນໃສ່ຫັນຂໍ້ຕົກລົງກ່ຽວກັບ ຄວາມເສລີດ້ານການຄ້າ ພາກພື້ນ ອາຊີ - ປາຊີຟິກ (FTAAP) ທີ່ກວມເອົາປະມານ ½ ການຄ້າທົ່ວໂລກ ແລະ 60% ເສດຖະກິດທົ່ວໂລກໃຫ້ປະກົດຜົນເປັນຈິງ.
ກອງປະຊຸມຄັ້ງນີ້ ຈະເປີດຊ່ອງທາງໃຫ້ແກ່ກອງປະຊຸມຂັ້ນສູງ APEC ເຊິ່ງຄາດວ່າ ຈະໄດ້ດໍາເນີນໃນວັນທີ 17 – 18 ພະຈິກ ຢູ່ ປະເທດ ປາປົວ ນິວກີເນ ດ້ວຍການເຂົ້າຮ່ວມຂອງການນໍາຈາກຫຼາຍພື້ນຖານເສດຖະກິດສະມາຊິກ, ໃນນັ້ນລວມມີ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe, ທ່ານປະທານປະເທດ ຈີນ ສີຈີນຜິງ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison, ທ່ານຮອງປະທານາທິບໍດີ ອາເມລິກາ Mike Pence ແລະ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ.