ກອງປະຊຸມລັດຖະມົນຕີ WTO ຄັ້ງທີ 11 ບໍ່ອອກຖະແຫຼງການຮ່ວມໄດ້
(VOVWORLD) - ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງພິທີອັດ, ທ່ານເລຂາທິການໃຫຍ່ WTO Roberto Azevedo ສະແດງຄວາມຜິດຫວັງ ກ່ຽວກັບໝາກຜົນຂອງກອງປະຊຸມ, ພ້ອມທັງຕຳໜິຕິຕຽນຫຼັກໝັ້ນແຂງກະດ້າງຕາມທ່າອ່ຽງອາລັກຂາການຄ້າຂອງ ອາເມລິກາ.
ທ່ານເລຂາທິການໃຫຍ່ WTO Roberto Azevedo (ພາບ: AFP/TTXVN)
|
ກອງປະຊຸມລັດຖະມົນຕີ ອົງການການຄ້າໂລກ (WTO) ຄັ້ງທີ 11 ໄດ້ອັດລົງໃນວັນທີ 13 ທັນວາ, ຢູ່ນະຄອນ Buenoa Aires, ປະເທດ ອາກຊັງຕິນ. ພາຍຫຼັງໂຮມປະຊຸມມາເປັນເວລາ 4 ວັນ, ກອງປະຊຸມບໍ່ສາມາດຍົກອອກຖະແຫຼງການຮ່ວມ ຍ້ອນບໍ່ມີຄວາມຄືບໜ້າໃດໃນການເຈລະຈາລະຫວ່າງ 164 ປະເທດສະມາຊິກຂອງອົງການນີ້.
ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງພິທີອັດ, ທ່ານເລຂາທິການໃຫຍ່ WTO Roberto Azevedo ສະແດງຄວາມຜິດຫວັງ ກ່ຽວກັບໝາກຜົນຂອງກອງປະຊຸມ, ພ້ອມທັງຕຳໜິຕິຕຽນຫຼັກໝັ້ນແຂງກະດ້າງຕາມທ່າອ່ຽງອາລັກຂາການຄ້າຂອງ ອາເມລິກາ. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານຢັ້ງຢືນວ່າ ໄດ້ມີຄວາມຄືບໜ້າaບາງຢ່າງ ໃນວິວັດການເຈລະຈາ ແລະ ວຽກງານຈະສືບຕໍ່ໄດ້ຮັບການຜັນຂະຫຍາຍ. ພ້ອມກັນນັ້ນ, ການນຳ WTO ກໍ່ເນັ້ນໜັກເຖິງສິ່ງສຳຄັນທີ່ສຸດ ແມ່ນບັນດາປະເທດ ຍັງຄົງຢັ້ງຢືນຄຳໝັ້ນສັນຍາສືບຕໍ່ເຈລະຈາ ກໍ່ຄືສະໜັບສະໜູນລະບົບການຄ້າຫຼາຍຝ່າຍ.