ກອງປະຊຸມລັດຖະມົນຕີTPPຍັງບໍ່ທັນບັນລຸໄດ້ຂໍ້ຕົກລົງສຸດທ້າຍ

ກອງປະຊຸມລັດຖະມົນຕີTPPຍັງບໍ່ທັນບັນລຸໄດ້ຂໍ້ຕົກລົງສຸດທ້າຍ - ảnh 1
ຄະນະຜູ້ແທນຫວຽດນາມໂດຍທ່ານ ຮອງລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ເຈີນກວກແຄ໋ງ ນຳໜ້າ
(ພາບ: Lê Hải/Vietnam+)

(vovworld) – ກອງປະຊຸມ​ລັດຖະມົນຕີ​ຂອງ 12 ປະ​ເທດ​ເຂົ້າ​ຮ່ວມ​ການ​ເຈລະ​ຈາ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ​ທີ່​ໄດ້ຮັບ​ການຈັດ​ຕັ້ງ​ຢູ່ ສິງ​ກາ​ໂປ​ໃນ​ວັນ​ທີ 19 ​ແລະ 20/5 ບັນລຸ​ໄດ້​ບັນດາ​ບາ​ດກ້າວ​ໃນ​ການ​ແກ້​ໄຂ​ບາງ​ບັນຫາ​ຫຍຸ້ງຍາກກ່ຽວຂ້ອງ​ເຖິງ​ພາສາ​ອາກອນ ​ແລະ ການ​ສຳ​ພັດ​ກັບ​ຕະຫຼາດ, ​ແຕ່​ບໍ່​ທັນ​ບັນລຸ​ໄດ້​ຂໍ້​ຕົກລົງ​ສຸດ​ທ້າຍ. ທີ່​ການ​ປະຊຸມ​ຂ່າວ​ພາຍຫຼັງ​ສິ້ນ​ສຸດ​ກອງ​ປະຊຸມ, ທ່ານ Mustapa Mohamed, ​ລັດຖະມົນຕີ​ກະຊວງ​ການ​ຄ້າ ມາ​ເລ​ເຊຍ ຖະ​ແຫຼ​ງວ່າ: ກອງ​ປະຊຸມ​ຄັ້ງ​ນີ້ “ບັນລຸ​ໄດ້​ບາດກ້າວ, ​ແຕ່​ບໍ່​ທັນ​ສົມ​ເຫດ​ສົມ​ຜົນ”, ພ້ອມ​ທັງ​ໃຫ້​ຮູ້​ວ່າ: ບັນດາ​ຝ່າຍ​ຍັງ​ຄົງ​ສືບ​ຕໍ່​ປຶກສາ​ຫາລື​ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງການ​ສຳ​ພັດ​ຕະຫຼາ​ດ. ທ່ານ​ Tim Groser, ລັດຖະມົນຕີ​ການ​ຕ່າງປະ​ເທດ ນິວຢີ​ແລນ ຕາງໜ້າ​ໃຫ້ 12 ຄະນະ​ເຂົ້າ​ຮ່ວມ​ການ​ເຈລະ​ຈາ TPP (​ເຊິ່ງລວມມິ: ອົດ​ສະ​ຕາ​ລີ, ບຣູ​ໄນ, ກາ​ນາ​ດາ, ຈີ​ເລ, ຍີ່ປຸ່ນ, ມາ​ເລ​ເຊຍ, ​ເມກ​ຊີ​ໂກ, ນິວຢີ​ແລນ, ​ເປຣູ, ສິງ​ກາ​ໂປ, ອາ​ເມ​ລິ​ກາ ​ແລະ ຫວຽດນາມ) ​ໃຫ້​ຮູ້​ວ່າ: ບັນດາ​ຄະນະ​ໄດ້​ປຶກສາ​ຫາລື​ເພື່ອ​ຮັດ​ແຄບ​ຄວາມ​ບໍ່​ລົງ​ລອຍ​ກັນ​ກ່ຽວ​ກັບ​ບາງ​ຂົງ​ເຂດ​ທີ່​ຍັງ​ຄົງ​ຂ້າງ. ທ່ານ Groser ​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ລັດຖະມົນຕີ​ຄັ້ງ​ນີ້​ຢັ້ງຢືນ​ຄືນ​ໃໝ່​ຄວາມ​ຈຳ​ເປັນ​ຕ້ອງ​ສິ້ນ​ສຸດ​ບັນດາ​ການ​ເຈລະຈາ ​ແລະ ຕົກລົງ​ວ່າ ​ໃນ 2 – 3 ອາທິດ​ຈະ​ມາ​ເຖິງ​ຕ້ອງ​ສຸມ​ໃສ່​ແກ້​ໄຂ​ບັນດາ​ບັນຫາ 2 ຝ່າຍ​ທີ່​ກ່ຽວຂ້ອງ​ເຖິງ​ການ​ສຳ​ພັດ​ຕະຫຼາດ ​ແລະ ຫຼັກການ.

    ​ໃນ​ແຈ້ງ​ການ​ຮ່ວມ​ຂອງ​ກອງ​ປະຊຸມ​ລັດຖະມົນຕີ TPP ຊີ້​ແຈ້ງວ່າ: “ບັນດາ​ການ​ເຈລະຈາ​ໃນ​ໄລຍະ​ສຳຄັນ​ທີ່ສຸດ​ນີ້​ຈະ​ສືບ​ຕໍ່​ສະ​ແດງ​ຄຳ​ໝັ້ນ​ສັນຍາ​ຢ່າງ​ຍາວ​ນານ​ຂອງ​ຕົນ ​ເພື່ອ​ເຊັນ​ຂໍ້​ຕົກລົງ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ມັກ​ໃຫຍ່​ໄຜ່​ສູງ, ຮອບດ້ານ ​ແລະ ມີ​ມາ​ດຖານ​ສູງ”.


ຂ່າວ/ບົດ​ອື່ນ