ກອງປະຊຸມລັດຖະມົນຕີການຄ້າ G20 ສຸມໃສ່ປຶກສາຫາລືບັນຫາປະຕິຮູບ WTO

(VOVWORLD) -ເປົ້າໝາຍຂອງກອງປະຊຸມຄັ້ງນີ້ແມ່ນມຸ່ງໄປເຖິງໝາກຜົນຕັ້ງໜ້າກວ່າທີ່ກອງປະຊຸມລັດຖະມົນຕີ WTO ໃນທ້າຍເດືອນ ພະຈິກ ແລະ “ສ້າງກຳລັງໜູນດ້ານການເມືອງໃຫ້ແກ່ການປະຕິຮູບ WTO”, ເປັນພື້ນຖານໃຫ້ແກ່ບັນດາບັນຫາສຳຄັນອື່ນໆ.
ກອງປະຊຸມລັດຖະມົນຕີການຄ້າ G20 ສຸມໃສ່ປຶກສາຫາລືບັນຫາປະຕິຮູບ WTO - ảnh 1ທ່ານລັດຖະມົນຕີການຕ່າງປະເທດອີຕາລີ Luigi Di Maio
(ພາບ: Reuters)

ການປະຕິຮູບອົງການການຄ້າໂລກ (WTO) ເພື່ອແນໃສ່ຟື້ນຟູລັດທິຫຼາຍຝ່າຍ ຈະແມ່ນຈຸດສຸມໃນໂຄງການດຳເນີນງານທີ່ກອງປະຊຸມລັດຖະມົນຕີການຄ້າກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ເຊິ່ງດຳເນີນໃນວັນທີ 12 ຕຸລາ ຢູ່ Sorrento, ປະເທດ ອີຕາລີ. ກ່າວຄຳເຫັນກ່ອນດຳເນີນກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດອີຕາລີ Luigi Di Maio ໃຫ້ຮູ້ວ່າ, ເປົ້າໝາຍຂອງກອງປະຊຸມຄັ້ງນີ້ແມ່ນມຸ່ງໄປເຖິງໝາກຜົນຕັ້ງໜ້າກວ່າທີ່ກອງປະຊຸມລັດຖະມົນຕີ WTO ໃນທ້າຍເດືອນ ພະຈິກ ແລະ “ສ້າງກຳລັງໜູນດ້ານການເມືອງໃຫ້ແກ່ການປະຕິຮູບ WTO”, ເປັນພື້ນຖານໃຫ້ແກ່ບັນດາບັນຫາສຳຄັນອື່ນໆ.

        ທີ່ກອງປະຊຸມຄັ້ງນີ້, ບັນດາເຈົ້າໜ້າທີ່ G20 ປຶກສາຫາລືມາດຕະການຍົກສູງກຳລັງຄວາມສາມາດຂອງລະບົບການຄ້າ ແນໃສ່ຮັບມືກັບບັນດາສະພາບການຮີບດ່ວນກ່ຽວກັບສຸຂະພາບປະຊາຊົມ.

ຕອບກັບ

ຂ່າວ/ບົດ​ອື່ນ