ກອງປະຊຸມລັດຖະມົນຕີບັນດາປະເທດໃຊ້ພາສາຝລັ່ງຄັ້ງທີ31
(ພາບປະກອບ)
(vovworld) – ໃນລະຫວ່າງວັນທີ 10 – 11/10, ຜູ້ຊ່ວຍວຽກລັດຖະມົນຕີວ່າການກະຊວງການຕ່າງປະເທດ ເຢືອງຈິ໋ຢຸງ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີບັນດາປະເທດໃຊ້ພາສາຝລັ່ງ ຄັ້ງທີ 31, ເຊິ່ງດຳເນີນໄປຢູ່ນະຄອນຫຼວງ Yerevan, Armenia. ເຂົ້າຮ່ວມກອງປະຊຸມມີລັດຖະມົນຕີວ່າການກະຊວງການຕ່າງປະເທດຂອງ 30 ປະເທດໃຊ້ພາສາຝລັ່ງ, ທີ່ມາຈາກທຸກທະວີບ ແລະ ການນຳບັນດາອົງການຈັດຕັ້ງໃຊ້ພາສາຝລັ່ງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຢືອງຈິ໋ຢຸງ ຊີ້ແຈ້ງບັນດາຜົນງານພັດທະນາເສດຖະກິດ, ສັງຄົມ, ແນວທາງການຕ່າງປະເທດ ເພື່ອສັນຕິພາບ, ຮ່ວມມື ແລະ ພັດທະນາ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານ ເຢືອງຈິ໋ຢຸງ ສະເໜີປະຊາຄົມໃຊ້ພາສາຝລັ່ງ ສະໜັບສະໜູນການແກ້ໄຂສັນຕິພາບບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ, ບົນພື້ນຖານເຄົາລົບກົດໝາຍສາກົນ, ກົດບັດສະຫະປະຊາຊາດ, ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ, ມຸ່ງໄປເຖິງປະມວນຂໍ້ກຳນົດການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC).