ກອງປະຊຸມລັດຖະມົນຕີເຈລະຈາຮ່ວມມືອາຊີ(ACD)ຄັ້ງທີ14
ທ່ານນາຍົກລັດຖະມົນຕີ ໄທ ປາຣາຣຸດ ຈັນໂອຈາ
(ພາບ: posttoday)
(vovworld) - ກອງປະຊຸມລັດຖະມົນຕີເຈລະຈາຮ່ວມມື ອາຊີ (ACD) ຄັງທີ 14 ດຳເນີນໃນວັນທີ 10/03 ຢູ່ນະຄອນຫລວງ ບັງກອກ, ໄທ, ດ້ວຍການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ໄທ ປາຣາຣຸດ ຈັນໂອຈາ, ບັນດາລັດຖະມົນຕີ ແລະ ຫົວໜ້າຄະນະພົວພັນຕ່າງປະເທດຂອງ 34 ປະເທດ ອາຊີ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ດັ້ງດີງກີ໋ວ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ນຳໜ້າເຂົ້າຮ່ວມກອງປະຊຸມ.
ດ້ວຍຫົວຂໍ້ “ACD - ເສັ້ນທາງຕໍ່ໜ້າ”, ກອງປະຊຸມເນັ້ນໜັກວ່າ ACD ຄວນຮັກສາບັນດາຄຸນຄ່າແກ່ນສານ ແລະ ເພີ່ມເຕີມໃຫ້ບັນດາກົນໄກຮ່ວມມືໃນພາກພື້ນ ແລະ ອະນຸພາກພື້ນທີ່ມີຢູ່ແລ້ວ; ວາງອອກວິໄສທັດ ແລະ ກຳນົດທິດພັດທະນາໄລຍະຍາວຂອງ ACD ກໍ່ຄືບັນດາມາດຕະການຍົກສູງບົດບາດ ແລະ ປະສິດທິຜົນຂອງຂອບເຂດການຮ່ວມມືນີ້. ທີ່ກອງປະຊຸມ, ບັນດາຫົວໜ້າຄະນະເຫັນດີເປັນເອກະສັນພ້ອມກັນສ້າງວິໄສທັດ ACD ກ່ຽວກັບການຮ່ວມມື ອາຊີ ເຖິງປີ 2030, ໃນນັ້ນ ເຮັດໃຫ້ວິວັດທະນາການເຊື່ອມຕໍ່ພາກພື້ນ ACD ເລິກເຊິ່ງກ່ວາອີກ ເພື່ອແນໃສ່ຊຸກຍູ້ການເຊື່ອມຕໍ່ໂຄງລ່າງຮາດແວ ແລະ ຊອບແວ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະ ບົດບາດເປັນໃຈກາງຂອງ ອາຊີ ໃນພື້ນຖານເສດຖະກິດທົ່ວໂລກ. ບັນດາຫົວໜ້າຄະນະກໍ່ເຫັນດີເປັນເອກະພາບກວດກາ ແລະ ສ້າງໂຄງປະກອບຄືນໃໝ່ 20 ຂົງເຂດຮ່ວມມືຂອງ ACD ຄືໃນປະຈຸບັນໃຫ້ກາຍເປັນ 6 ເສົ້າຄ້ຳ: ເຊື່ອມຕໍ່; ວິທະຍາສາດ, ເຕັກໂນໂລຢີ, ປ່ຽນໃໝ່ຂໍ້ລິເລີມ; ການສຶກສາ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ; ສາຍພົວພັນລະຫວ່າງຄວາມໝັ້ນຄົງດ້ານສະບຽງອາຫານ, ພະລັງງານ ແລະ ແຫຼ່ງນ້ຳ; ວັດທະນະທຳ ແລະ ການທ່ອງທ່ຽວ; ຊຸກຍູ້ວິທີສຳຜັດສຳລັບການເຕີບໂຕຢ່າງໝັ້ນຄົງ ແລະ ຮອບດ້ານ.