ກອງປະຊຸມວົງແຄບປະທານຄະນະກຳມະການປະສົມປັກຫຼັກໝາຍຊາຍແດນຫວຽດນາມ-ລາວ
ເສົາຫຼັກໝາຍ 597 ໃນລະບົບຫຼັກໝາຍຊາຍແດນແຫ່ງຊາດຫວຽດນາມ-ລາວ |
(vovworld)- ໃນ 2 ວັນຄື ວັນທີ 1 ແລະ ທີ 2/3, ຢູ່ຮ່າໂນ້ຍໄດ້ດຳເນີນກອງປະຊຸມວົງແຄບລະຫວ່າງ 2 ປະທານຄະນະກຳມະການປະສົມປັກຫຼັກໝາຍຊາຍແດນຫວຽດນາມ-ລາວ. 2 ຝ່າຍໄດ້ຕີລາຄາສູງຄວາມພະຍາຍາມຂອງບັນດາກຳລັງທີ່ມີໜ້າທີ່ຮັບຜິດຊອບຂອງ 2 ປະເທດທີ່ໄດ້ປະຕິບັດໂຄງການປັກຫຼັກໝາຍຖີ່ ແລະ ບູລະນະລະບົບຫຼັກໝາຍແຫ່ງຊາດຫວຽດນາມ-ລາວຕາມແຜນການ. ໂຄງການນີ້ໄດ້ເປັນການປະກອບສ່ວນສ້າງເສັ້ນຊາຍແດນ ຫວຽດນາມ-ລາວ ມີສະຖຽນລະພາບ, ຈະແຈ້ງ. 2 ຝ່າຍເຫັນດີນຳສະເໜີລັດຖະບານ 2 ປະເທດຈົ່ງຈັດຕັ້ງພິທີສະຫຼຸບຄວາມສຳເລັດໂຄງການປັກຫຼັກໝາຍຖີ່ ແລະ ບູລະນະລະບົບຫຼັກໝາຍແຫ່ງຊາດຫວຽດນາມ-ລາວ ແລະ ລົງນາມໃນເອກະສານ 2 ສະບັບເຊັ່ນ: ອະນຸສັນຍາກ່ຽວກັບຊາຍແດນ ແລະ ຫຼັກໝາຍແຫ່ງຊາດ ຫວຽດນາມ-ລາວ ແລະ ສັນຍາກ່ຽວກັບຂໍ້ກຳນົດຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນທາງບົກ ຫວຽດນາມ-ລາວ. 2 ຝ່າຍໄດ້ເປັນເອກະພາບກັນກ່ຽວກັບເນື້ອໃນ, ແຜນການ,ແຜນງານຄຸ້ມຄອງຊາຍແດນປີ 2016 ແລະ ຊຸກຍູ້ການປະຕິບັດຂໍ້ຕົກລົງລະຫວ່າງລັດຖະບານ 2 ປະເທດກ່ຽວກັບການແກ້ໄຂບັນຫາອົບພະຍົບຢ່າງເສລີ ແລະ ການສົມລົດຢ່າງຜິດກົດໝາຍຢູ່ເຂດຊາຍແດນ ຫວຽດນາມ-ລາວ.
ວັນທີ 2/3, 2 ປະທານຄະນະກຳມະການປະສົມປັກຫຼັກໝາຍຊາຍແດນຫວຽດນາມ-ລາວໄດ້ເຊັນບັນດາເອກະສານເພີີ່ມເຕີມຄັດຕິດພ້ອມ ອະນຸສັນຍາກ່ຽວກັບຊາຍແດນ ແລະ ຫຼັກໝາຍແຫ່ງຊາດ ຫວຽດນາມ-ລາວ.