(vovworld) - ກອງປະຊຸມສົ່ງເສີມການລົງທຶນ ແລະ ຮັບປະກັນຊີວິດສັງຄົມຢູ່ເຂດຕາເວັນຕົກສຽງເໜືອ ປີ 2013 ດ້ວຍຫົວຂໍ້ວ່າ “ປຸກລຸກ ແລະ ຮ່ວມສຳພັນຄວາມສາມາດບົ່ມຊ້ອນ” ໄດ້ດຳເນີນໄປໃນຕອນເຊົ້າວັນທີ 03/04, ຢູ່ແຂວງ ຕວຽນກວາງ. ຜູ້ແທນຫຼາຍທ່ານທີ່ເຂົ້າຮ່ວມກອງປະຊຸມໄດ້ຢືນຢັນວ່າ ບັນດາແຂວງຢູ່ເຂດຕາເວັນຕົກສຽງເໜືອແມ່ນສະຖານທີ່ຍຸດທະສາດສຳຄັນພິ ເສດໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ເພາະສະນັ້ນ, ຕ້ອງລະດົມແຫຼ່ງກຳລັງຈາກບັນດາພາກສ່ວນເສດຖະກິດເພື່ອລົງທຶນພັດທະນາ ການຜະລິດດຳເນີນທຸລະກິດ, ຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຂວງຢ່າງແຮງ. ທ່ານຮອງນາຍົກລັດຖະມົນຕີ ຫວຽນຊວນຟຸກ ຊີ້ແຈ້ງບັນດາໜ້າທີ່ເຊິ່ງທ້ອງຖິ່ນຕ່າງໆຕ້ອງປະຕິບັດນັ້ນແມ່ນ.
“ຄວນພັດທະນາການບໍລິການທ່ອງທ່ຽວ, ຂຸດຄົ້ນທ່າແຮງກ່ຽວກັບການທ່ອງທ່ຽວຊີວະພາບ, ວັດທະນະທຳ, ປະຫວັດສາດ ໃນບໍລິເວັນເຂດຕາ ເວັນຕົກສຽງເໜືອ, ເສີມຂະຫຍາຍທ່າແຮງເສດຖະກິດດ່ານຊາຍແດນ. ຄຽງຄ້າງນັ້ນ, ຂຸດຄົ້ນ ແລະ ປຸງແຕ່ງຊັບພະຍາກອນໂລຫະ, ຜະລິດວັດສະດຸກໍ່ສ້າງ, ພັດທະນາຊົນລະປະທານຂະໜາດກາງ ແລະ ນ້ອຍ ຕິດພັນກັບເຂື່ອນໄຟຟ້ານ້ຳຕົກຕາມແຜນກຳນົດຂອງບັນດາຂະແໜງອຸດສາຫະກຳ ປຸງແຕ່ງຜະລິດຕະພັນກະເສດ, ເຄື່ອງປ່າຂອງດົ່ງ ບົນຈິດໃຈຮັບປະກັນສິ່ງແວດລ້ອມ. ລົງທຶນພັດທະນາພື້ນຖານໂຄງລ່າງຄົມມະນາຄົມ ແລະ ບັນດາຮາກຖານດຳເນີນທຸລະກິດຢູ່ລຽບຕາມເສັ້ນທາງຄົມມະນາຄົມຈຸດສຸມ, ຄວນສືບຕໍ່ດຶງດູດແຫຼ່ງຊັບພະຍາກອນເພື່ອເປີດກວ້າງ ແລະ ຍົກລະດັບເຄືອຂ່າຍທາງຄົມມະນາຄົມຂົນສົ່ງສິນຄ້າ ດ້ວຍຮູບການລົງທຶນທີ່ແຕກຕ່າງກັນ, ສ້າງແຫຼ່ງຊັບພະຍາກອນມະນຸດ ແລະ ມອບສົ່ງວິທະຍາສາດເຕັກໂນໂລຊີ. ພວກເຮົາຕ້ອງລະດົມບັນດາແຫຼ່ງເງິນອຸປະຖຳຢ່າງກວ້າງຂວາງ ຕິດພັນກັບການປ່ຽນໃໝ່ວິທີການຜັນຂະຫຍາຍ ຍົກສູງປະສິດທິຜົນວຽກງານຮັບປະກັນຊີວິດສັງຄົມ, ໂດຍສະເພາະແມ່ນຊຸມໃສ່ເຂົ້າໃນວຽກງານລົບລ້າງເຮືອນຊົ່ວຄາວ, ສ້າງສຸກສາລາ, ໂຮງຮຽນໃຫ້ແກ່ເດັກນ້ອຍ.”