ກອງປະຊຸມສຸດຍອດ ກ່ຽວກັບແຫຼ່ງນ້ຳ ພາກພື້ນອາຊີ - ປາຊີຝີກ

ກອງປະຊຸມສຸດຍອດ ກ່ຽວກັບແຫຼ່ງນ້ຳ ພາກພື້ນອາຊີ - ປາຊີຝີກ - ảnh 1
ທ່ານ​ ລອບ​ປະສົບ ສຸຣັດວາ​ດີ ຮອງ​ນາຍົກລັດຖະມົນຕີໄທ
ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ
(ພາບ: vietnamplus.vn)


(vovworld) - ກອງ​ປະຊຸມ​ສຸດ​ຍອດ​ກ່ຽວ​ກັບ​ແຫຼ່ງນ້ຳ​ ພາກ​ພື້ນ​ອາຊີ - ປາຊີ​ຝີ​ກ ຄັ້ງ​ທີ 2 (APWS - 2) ​ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 19/05, ຢູ່​ນະຄອນ ​ຊຽງ​​ໃໝ່ ປະ​ເທດ​ໄທ. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຫງວຽນ​ທ້ຽນ​ເຍີນ ນຳ​ໜ້າ​ໄດ້​ເຂົ້າ​ຮ່ວມ. ດ້ວຍ​ຫົວ​ຂໍ້​ທີ່​ວ່າ “ຮັບປະກັນຄວາມ​ປອດ​ໄພ​ແຫຼ່ງນ້ຳ ​ແລະ ສິ່ງ​ທ້າ​ທາຍຂອງ​ໄພ​ທຳ​ມະ​ຊາດ​ກ່ຽວ​ຂ້ອງ​ເຖິງ​ແຫຼ່ງ​ນ້ຳ: ການ​​ນຳພາ ​ແລ​ະ ຄຳ​ໝັ້ນ​ສັນຍາ”, ​​ໃນ 2 ວັນ​ດຳ​ເນີນ​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ປຶກສາ​ຫາລື 7 ຫົວ​ຂໍ້​ຕົ້ນ​ຕໍ່​​ເຊິ່ງລວມມີ​ຄວາມ​ປອດ​ໄພ​ດ້ານ​ເສດຖະກິດ, ສະບຽງ​ອາຫານ ​ແລະ ​ແຫຼ່ງນ້ຳ, ຄວາມ​ໝັ້ນຄົງ​ແຫຼ່ງນ້ຳ​ເຂດ​ຕົວ​ເມືອງ; ຄວາມ​ໝັ້ນຄົງ​ສະພາບ​ແວດ​ລ້ອມ​ແຫຼ່ງນ້ຳ... ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ຫົວໜ້າ​ຄະນະ​ຊີ້​ນຳ​ແກ້​ໄຂ​ແຫຼ່ງນ້ຳ ​ແລະ ນ້ຳ​ຖ້ວມ​ຂອງ​ໄທ ທ່ານ​ ລອບ​ປະສົບ ສຸຣັດວາ​ດີ ​ໃຫ້​ຮູ້​ວ່າ, ​ເປົ້າ​ໝາຍ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້​ແມ່ນ​ເພື່ອ​ແນ​ໃສ່​ຢັ້ງຢືນ​ຄວາມ​ຈຳ​ເປັນ​ຕ້ອງສະກັດ​ກັ້ນ​ໄພ​ນ້ຳ​ຖ້ວມ ​ແລະ ຄຸ້ມ​ຄອງ​ແຫຼ່ງນ້ຳ ຕໍ່​ໜ້າ​ຜົນ​ສະທ້ອນ​ຈາກສະພາບ​ການ​ປ່ຽນ​ແປ​ງຂອງ​ດິນ​ຟ້າ​ອາ​ກາດ. ຕາມ​ທ່ານ ລອບ​ປະສົບ ສຸຣັດວາ​ດີ ​ແລ້ວ, ​ໂລກຕ້ອງ​ມານະ​ພະຍາຍາມ​ສົມ​ທົບ​ກັນ​ສ້າງ​ບັນດາແຜນການ​​​ຢ່າງ​ລະອຽດ ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ກ່ຽວ​ຂ້ອງ​ເຖິງ​ນ້ຳ​ໃນ​ອະນາຄົດຢ່າງ​ມີປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ