ກອງ​ປະ​ຊຸມ​ສຸດຍອດ ອີ​ຢູ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຍຸດ​ທະ​ສາດ​ໃໝ່​ໃນ​ກາ​ນ​ພົວ​ພັນ​ ກັບ ລັດ​ເຊຍ

(VOVWORLD) -ປະມຸກລັດບັນດາປະເທດ ສະຫະພາບເອີີຣົບ (ອີຢູ) ໄດ້ໂຮມປະຊຸມຄັ້ງສຸດຍອດໃນເວລາສອງວັນແຕ່ວັນທີ 24 ຫາວັນທີ 25 ມິຖຸນາ ຢູ່ ບຣຸກແຊນ ດ້ວຍໜຶ່ງໃນບັນດາຫົວຂໍ້ທີ່ໄດ້ຮັບຄວາມລໍຄອຍທີ່ສຸດ ແມ່ນການປະກາດຍຸດທະສາດໃໝ່ໃນການພົວພັນກັບ ລັດເຊຍ.
ກອງ​ປະ​ຊຸມ​ສຸດຍອດ ອີ​ຢູ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຍຸດ​ທະ​ສາດ​ໃໝ່​ໃນ​ກາ​ນ​ພົວ​ພັນ​ ກັບ ລັດ​ເຊຍ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຸດຍອດ ອີຢູ 2021 (ພາບ: Euractiv)

ທ່ານປະທານສະພາເອີຣົບ Charles Michel ໃຫ້ຮູ້ວ່າ ຫົວຂໍ້ຫຼັກໆທີ່ໄດ້ນຳມາປຶກສາຫາລືໃນກອງປະຊຸມສຸດຍອດ ອີຢູ ຄັ້ງນີ້ ລວມມີ ຍຸດທະສາດໃນການຈັດແບ່ງວັກຊິນ ໃຫ້ແກ່ບັນດາຄູ່ຮ່ວມມືໃນໂລກ, ນະໂຍບາຍຄົນເຂົ້າເມືອງ, ບັນດາມາດຕະການຟື້ນຟູເສດຖະກິດໄລຍະຫຼັງໂລກລະບາດ, ພ້ອມດ້ວຍບັນດາຫົວຂໍ້ກ່ຽວກັບການພົວພັນຕ່າງປະເທດທີ່ສຳຄັນອື່ນໆ ເຊິ່ງມີສ່ວນກ່ຽວຂ້ອງເຖິງ ຕວັກກີ, ລັດເຊຍ, ລີບີ, ເບລາຣຸດ. ເຖິງຢ່າງໃດກໍຕາມ, ເນື້ອໃນຈຸດສຸມຂອງກອງປະຊຸມສຸດຍອດ ອີຢູ ຄັ້ງນີ້ ແມ່ນ ຈະປຶກສາຫາລືກ່ຽວກັບຍຸດທະສາດໃໝ່ຂອງ ອີຢູ ໃນການພົວພັນກັບ ລັດເຊຍ.

ກວາງຢຸງ, ນັກຂ່າວ VOV ປະຈຳ ຝລັ່ງ

ຕອບກັບ

ຂ່າວ/ບົດ​ອື່ນ