ກອງ​ປະ​ຊຸມ​ສຸດຍອດ ອີ​ຢູ ສຸມ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ມາ​ດ​ຕະ​ການ​ຍູ້​ໄວ​ການ​ສັກວັກ​ຊິນກັນ​ພະ​ຍາດ​ໂຄວິດ - 19

(VOVWORLD) -ບຸລິມະສິດແຖວໜ້າຂອງ ເອີຣົບ ໃນຈຸດເວລານີ້ ແມ່ນຍູ້ໄວການສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ປະຊາຊົນ.

ປະມຸກລັດບັນດາປະເທດສະມາຊິກ ສະຫະພາບເອີຣົບ (ອີຢູ) ໄດ້ດຳເນີນກອງປະຊຸມສຸດຍອດ ທາງອອນລາຍ ໃນວັນທີ 25 ແລະ 26 ມີນາ ດ້ວຍບັນດາຫົວຂໍ້ໃຫຍ່ແມ່ນ ບັ້ນຕໍ່ສູ້ກ່ຽວກັບແຫຼ່ງສະໜອງວັກຊິນກັນພະຍາດໂຄວິດ - 19, ການພົວພັນທີ່ເຄັ່ງຕຶງຂອງຝ່າຍຕາເວັນຕົກກັບ ລັດເຊຍ, ຕວັກກີ ແລະ ອະນາຄົດຂອງການພົວພັນລະຫວ່າງພັນທະມິດ ກັບ ອາເມລິກາ.

        ໃນບັດເຊີນເຂົ້າຮ່ວມກອງປະຊຸມສຸດຍອດ ທີ່ໄດ້ສົ່ງໄປຍັງປະມຸກລັດບັນດາປະເທດເອີຣົບ ໃນວັນທີ 24 ມີນາ, ທ່ານປະທານສະພາເອີຣົບ Charles Michel ເນັ້ນໜັກວ່າ ບຸລິມະສິດແຖວໜ້າຂອງ ເອີຣົບ ໃນຈຸດເວລານີ້ ແມ່ນຍູ້ໄວການສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ປະຊາຊົນ ແລະ ກອງປະຊຸມສຸດຍອດຄັ້ງນີ້ ຈະແບ່ງເວລາສ່ວນຫຼາຍ ເພື່ອປຶກສາຫາລືກ່ຽວກັບບັນດາຄວາມມານະພະຍາຍາມປະຕິບັດຂໍ້ບຸລິມະສິດດັ່ງກ່າວ.

ກວາງຢຸງ - ນັກຂ່າວ VOV ປະຈຳ ປາຣີ

ຕອບກັບ

ຂ່າວ/ບົດ​ອື່ນ