ກອງປະຊຸມສຸດຍອດກ່ຽວ ຊີຣີ

(VOVWORLD) - ວັນທີ 07 ກັນຍາ, ການນຳ ອີຣານ, ລັດເຊຍ ແລະ ຕວກກີ ໄດ້ເຫັນດີເປັນເອກະພາບພ້ອມກັນຮ່ວມມື ແນໃສ່ຊອກຫາວິທີແກ້ໄຂສະພາບການຢູ່ແຂວງ Idlib – ເຊິ່ງແມ່ນຖານທີ່ໝັ້ນໃຫຍ່ສຸດທ້າຍຂອງກຳລັງລຸກຮື້ຂຶ້ນຢູ່ທາງທິດຕາເວັນຕົກສ່ຽງເໜືອ ຊີຣີ.

ໃນຖະແຫຼງການຮ່ວມໄດ້ຍົກອອກມາພາຍຫລັງການພົບປະສຸດຍອດ 3 ຝ່າຍຢູ່ ເຕເຮຣານ ແລ້ວ, ການນຳ 3 ປະເທດໃຫ້ຮູ້ວ່າ: ໄດ້ປຶກສາຫາລືກ່ຽວກັບສະພາບການຢູ່ເຂດຫລຸດຜ່ອນຄວາມເຄັ່ງຕຶງປີນຂັ້ນໄດຢູ່ Idlib ແລະ ໄດ້ຕົກລົງແກ້ໄຂບັນຫານີ້ໃຫ້ສອດຄ່ອງກັບເນື້ອໃນຈິດໃຈແຫ່ງການຮ່ວມມື ເຊິ່ງແມ່ນຈຸດພິເສດຂອງວິວັດທະນາການເຈລະຈາ Astana. ບັນດາຝ່າຍໄດ້ເຫັນດີເປັນເອກະພາບນຳກັນວ່າ ການປະທະກັນຢູ່ ຊີຣີ ພຽງແຕ່ອາດຈະຢຸດຕິລົງຜ່ານ “ວິວັດທະນາການເຈລະຈາດ້ານການເມືອງ” ແທນທີ່ໃຫ້ບັນດາມາດຕະການດ້ານການທະຫານເທົ່ານັ້ນ, ພ້ອມກັນນັ້ນ ກໍ່ຕ້ອງສ້າງບັນດາເງື່ອນໄຂທີ່ມີຄວາມປອດໄພຢູ່ ຊີຣີ ເພື່ອຮັບປະກັນໃຫ້ແກ່ວິວັດການກັບຄືນສູ່ປະເທດຂອງຊາວລີ້ໄພ ຊີຣີ.


ຕອບກັບ

ຂ່າວ/ບົດ​ອື່ນ