ກອງປະຊຸມສຸດຍອດລະດູໜາວຂອງ EU ຢູ່ບຣຸດແຊນ

ກອງປະຊຸມສຸດຍອດລະດູໜາວຂອງ EU ຢູ່ບຣຸດແຊນ - ảnh 1
(ພາບປະກອບ: TTXVN)

(vovworld) – ວັນ​ທີ 18/12, ສະຫະພາບ​ເອີ​ລົບ (EU) ​ເລີ່​ມດຳ​ເນີນ​ກອງ​ປະຊຸມ​ສຸດ​ຍອດລະດູ​ໜາວ ທີ່​ແກ່ຍາວ​ເປັນ​ເວລາ 2 ວັນ, ຢູ່​ນະຄອນຫຼວງ​ບຣຸດ​ແຊນ, ປະ​ເທດ​ແບນ​ຊິກ. ບັນດາ​ການ​ນຳ​ຂອງ 28 ປະ​ເທດ​ສະມາຊິກ Eu ​ໄດ້​ສຸມ​ໃສ່​ເຂົ້າ​ໃນ​ຫົວ​ຂ້ໍ​ຕົ້ນ​ຕໍ່​ແມ່ນ​ຍູ້​ແຮງ​ການ​ລົງທຶນ, ຊຸກຍູ້​ການ​ເຕີບ​ໂຕ, ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ສະພາ​ບການ​ຢູ່ຢູ​ແກຼນ.

        ກ່ອນ​ດຳ​ເນີນກອງ​ປະຊຸມ, ທ່ານ​ປະທານ​ຄະນະ​ກຳມະການ​ເອີ​ລົບ (EC) Jean  Claude Juncker ​ໄດ້​ຮຽກຮ້ອງ​​ບັນດາ​ການ​ນຳ​ເອີ​ລົບ ອຸປະຖຳ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ​ຖືກ​ຜົນ​ສະທ້ອນ​ຈາກ​ການ​ຊຸດ​ໂຊມ​ດ້ານ​ເສດຖະກິດ ​ແນ​ໃສ່​ຊຸກຍູ​້ການ​ເຕີບ​ໂຕ​.

        ສ່ວນ​ຜູ້ຕາງໜ້າ​ຮັບຜິດຊອບນະ​ໂຍບາຍ​ຄວາມ​ສະຫງົບ ​ແລະ ການ​ຕ່າງປະ​ເທດ​ຂອງ EU ທ່ານ​ນາງ Federica Mogherini ຢືນຢັນ​ວ່າ, ອົງການ​ນີ້ ພ້ອມ​ແລ້ວ​ທີ່​ຈະ​ຍົກ​ການ​ພົວພັນ​ຄູູ່ຮ່ວມ​ມື​ກັບ​ຢູ​ແກຼນ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ທ່ານ​ນາງ Mogherini ​ໃຫ້​ຮູ້​ວ່າ, EU ຈະ​ໜູນ​ຊ່ວຍ​ດ້ານ​ການ​ເງິນ ​ແລະ ສົ່ງ​ບັນດາ​ຜູ້​ຊ່ຽວຊານ​ດ້ານ​ປຶກສາ​ໃນ​ວິວັດ​ທີ່ຢູ​ແກຼນ ປະຕິບັດ​ການ​ປະຕິ​ຮູບ, ພ້ອມ​ທັງ​ກ່ຽມພ້ອມ​ໜູນ​ຊ່ວຍ​ອຳນາດ​ການ​ປົກຄອງ​ ກີ​ແອບ ບັນລຸ​ສັນຕິພາບ​ໃຫ້​ໄດ້ ຜ່ານ​ການ​ປະຕິບັດ​ຂໍ້​ຕົກລົງ​ຢຸດ​ຍິງ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ຢູ່ Minsk, ປະ​ເທດ ​ເບ​ລາຣຸດ ​ເມື່ອ​ເດືອນ 09 ຜ່ານ​ມາ.

ຂ່າວ/ບົດ​ອື່ນ