ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 7 (EAS)

ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 7 (EAS)  - ảnh 1
ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ທີ່ກອງປະຊຸມ
(ພາບ:chinhphu.vn)

ຕອນ​ບ່າຍ​ວັນ​ທີ 20/11, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 7 (EAS)ທີ່​ກອງ​ປະຊຸມ, ການ​ນຳ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ຄູ່​ຮ່ວມ​ມື​ທີ່​ກ່ຽວຂ້ອງ ​ໄດ້​ສຸມ​ໃສ່​ປຶກສາ​ຫາລືກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ມີ​ຄວາມ​ສຳຄັນ​ທາງ​ດ້ານ​ຍຸດ​ທະ​ສາດ ​ເຊິ່ງກ່ຽວຂ້ອງ​ເຖິງ​ສັນຕິພາບ ​ແລະ ການ​ພັດທະນາ​ຢູ່​ພາກ​ພື້ນ; ສຳ​ຫຼວດກວດກາ ​ແລະ ກຳນົດ​ທິດ​ເຄື່ອນ​ໄຫວ​ຂອງ EAS ​ໃນຕໍ່ໜ້າ ກໍ່​ຄື​ການ​ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ບຸລິ​ມາ​ສິດ​ຄື​ພະລັງງານ, ການ​ເງິນ, ການ​ຄວບ​ຄຸມ​ໄພ​ທຳ​ມະ​ຊາດ, ການ​ສຶກສາ, ​ໂລກລະບາດ ​ແລະ ຜັນ​ຂະຫຍາຍ​ການ​ເຊື່ອມ​ຈອດ​ອາ​ຊຽນ. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ສະ​ເໜີ​ໃຫ້​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື EAS ສືບ​ຕໍ່​ໜູນ​ຊ່ວຍ​​ແຫຼ່ງກຳລັງ ​ແລະ ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ​ພາກ​ເອກະ​ຊົນ ພ້ອມ​ກັນ​ເຂົ້າ​ຮ່ວມຜັນ​ຂະຫຍາຍ​ການ​ເຊື່ອມ​ຈອດ, ດ້ວຍ​ບັນດາ​ຮູບ​ການ​ທີ່​ເໝາະ​ສົມ​ຄື ຄູ່​ຮ່ວມ​ມື​ພາກ​ລັດ - ພາກ​ເອກະ​ຊົນ (PPP). ​ແລກປ່ຽນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຮັບມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ ​ເຊິ່ງ​ພາກ​ພື້ນ​ພວມ​ປະ​ເຊີນ​ໜ້າ​ຄື​ໄພ​ທຳ​ມະ​ຊາດ, ຄວາມ​ສະຫງົບ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ, ການ​ກໍ່​ການ​ຮ້າຍ, ອາດ​ສະ​ຍາ​ກຳ​ຂ້າມ​ຊາດ…

ສິ້ນ​ສຸດ​ກອງ​ປະຊຸມ, ການ​ນຳ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ EAS ​ໄດ້​ຮັບຮອງ​ເອົາ​ຖະ​ແຫຼ​ງການ EAS ກ່ຽວ​ກັບ​ຂໍ້​ລິ​ເລີ່​ມພັດທະນາ​ອາຊີ​ຕາ​ເວັນ​ອອກ ​ແລະ ຖະ​ແຫຼ​ງການ EAS ກ່ຽວ​ກັບ​ການ​ຕ້ານ​ໄຂ້ຍຸງ, ພ້ອມ​ທັງ​ເລີ່​ມຕົ້ນການ​ເຈລະຈາ​ກ່ຽວ​ກັບ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ພາກ​ພື້ນ (RCEF) ຢ່າງ​ເປັນ​ທາງ​ການ. ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ​ໄດ້​ດຳ​ເນີນ​ພິທີ​ອັດ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 21.

 ກ່ອນ​ໜ້າ​ນັ້ນ, ຕອນ​ເຊົ້າ​ວັນ​ທີ 20/11, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ພ້ອມ​ກັບ​ການ​ນຳ​ບາງ​ປະ​ເທດ​ອາ​ຊຽນ ​ແລະ ຄູ່​ຮ່ວມ​ມື​​ໄດ້ເຂົ້າ​ຮ່ວມ​ການ​ເຈລະຈາ​ທົ່ວ​ໂລກ ອາ​ຊຽນ. ກ່າວ​ຄວາມ​ເຫັນ​ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ຖື​ວ່າ, ນີ້​ແມ່ນ​ກາລະ​ໂອກາດ​ທີ່​ດີ​ເພື່ອ​ໃຫ້​ປະ​ເທດ​ຕ່າງໆ​ພ້ອມ​ກັນ​ແລກປ່ຽນ, ​ແບ່ງປັນ​ຄວາມ​ເຫັນ ກ່ຽວ​ກັບ​ບັນດາ​ບັນຫາ​ເສດຖະກິດ​ພາກ​ພື້ນ ​ແລະ ທົ່ວ​ໂລກ, ກໍ່​ຄື​ການ​ທ້າ​ທາຍ​ອື່ນໆ​ທີ່​ພວມ​ພົ້ນ​ເດັ່ນ​ຂຶ້ນ; ພ້ອມ​ທັງ​ຍົກ​ສູງ​ບົດບາດທີ່​ຕັ້ງໜ້າ​ຂອງ​ອາ​ຊຽນ ​ແລະ ພາກ​ພື້ນ​ອາຊີຕາ​ເວັນ​ອອກ, ​ໃນ​ການ​ປະກອບສ່ວນ​ເຂົ້າ​ໃນ​ຄວາມ​ມານະ​ພະຍາຍາມກໍ່ສ້າງ​ພາກ​ພື້ນ​ພັດທະນາ​ສະຖຽນ​ລະ​ພາບ ​ແລະ ຈະ​ເລີ​ນ​ເຕີບ​ໂຕ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ຢັ້ງຢືນ​ວ່າ, ຫວຽດນາມ​ຕັ້ງໜ້າ​ປະກອບສ່ວນ​ເຂົ້າ​ໃນ​ຄວາມ​ມານະ​ພະຍາຍາມ​ລວມ, ​ໃຫ້​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ຂອງ​ປະ​ເທດ, ບົນ​ພື້ນຖານ​ສະໝັກ​ໃຈ ​ແລະ ຮັບ​ປະກັນ​ຈຸດໝາຍ​ພັດທະນາ​ຢ່າງ​ໝັ້ນຄົງ. “

​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 20/11, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung, ພ້ອມ​ກັບ​ການ​ນຳ​ບັນດາ​ປະ​ເທດ​ອາ​ເມ​ລິ​ກາ, ບຮູ​ໄນ, ມາ​ເລ​ເຊຍ, ສິງ​ຄະ​ໂປ, ນິວຊີ​ແລນ ​ແລະ ອົດ​ສະ​ຕາ​ລີ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ບໍ່​ເປັນ​ທາງ​ການ ສັນຍາ​ການ​ພົວພັນ​ຄູ່​ຮ່ວມ​ມື​ເສດຖະກິດ​ຍຸດ​ທະ​ສາດ​ເຂດ​ປາຊີ​ຝິກ (TPP). ກ່າວ​ຄວາ​ມ​ເຫັນ​ຢູ່​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ຢັ້ງຢືນ​ວ່າ, ຫວຽດນາມ ​ແບ່ງປັນ​ຄວາມ​ຕັດສິນ​ໃຈ​ລວມ ​ແລະ ຈະ​ສືບ​ຕໍ່​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ເພື່ອ​ສາມາດ​ປະຕິບັດ​ສຳ​ເລັດ​ການ​ເຈລະຈາ. ທ່ານ​ເນັ້ນ​ໜັກ​ວ່າ, ບັນດາ​ສະມາຊິກ​ຄວນ​ສືບ​ຕໍ່​ຊຸກຍູ້​ບັນດາ​ຂໍ້​ຕົກລົງ​ທີ່​ມີ​ລັກສະນະ​ສົມ​ດູ​ນ, ​ເພື່ອ​ການ​ພັດທະນາ ​ແລະ ໜູນ​ຊ່ວຍ​ບັນດາ​ສະມາຊິກ​ພວມ​ພັດທະນາ​ໃນ​ການ​ເຂົ້າ​ຮ່ວມ​ລະບົບ​ຄຸນ​ຄ່າ​ທົ່ວ​ໂລກ​ຢ່າງ​ເລິກ​ເຊິ່ງກວ່າ, ປະກອບສ່ວນ​ຮັກສາ​ລັກສະນະ​ຂະຫຍັນ​ຂັນ​ເຄື່ອນ ​ແລະ ບົດ​ບາດ​ນຳ​ໜ້າ​ຂອງ​ອາຊີ - ປາຊີ​ຝິກ ​ໃນ​ພື້ນຖານ​ເສດຖະກິດ​ໂລກ.

ຂ່າວ/ບົດ​ອື່ນ