ກອງປະຊຸມສຸດຍອດເອີລົບຊອກຫາມາດຕະການແກ້ໄຂໃຫ້ບັນຫາອົບພະຍົບ
ກອງປະຊຸມສຸດຍອດເອີລົບຊອກຫາ
ມາດຕະການແກ້ໄຂໃຫ້ບັນຫາອົບພະຍົບ
(ພາບປະກອບ: Geeskaafrika)
(vovworld) – ໃນຂອບເຂດກອງປະຊຸມສຸດຍອດເອີລົບ ຢູ່ Praha, ສ.ເຊັກໂກ. ວັນທີ 13/11, ບັນດາລັດຖະມົນຕີການຕ່າງປະເທດຂອງ “ກຸ່ມ 4 ຝ່າຍ Vysehrad” (ລວມມີສ.ເຊັກໂກ, ໂປໂລຍ, ຮຸງກາຣີ ແລະ ສໂລວາກີ) ແລະ ບັນດາປະເທດຂຶ້ນກັບພາກພື້ນທາງທິດຕາເວັນອອກແຫຼມ Balkan ໄດ້ມີການພົບປະເພື່ອແນໃສ່ຊອກຫາສຽງເວົ້າລວມກ່ຽວກັບບັນຫາຊາວອົບພະຍົບຈາກ ຕາເວັນອອກກາງ ແລະ ອາຟະລິກາເໜືອ. ທີ່ບັນດາການພົບປະ, ບັນດາຝ່າຍໄດ້ລົງນາມໃນຂໍ້ຕົກລົງສ້າງຕັ້ງກອງທຶນ Balkan ຕາເວັນຕົກ ມິສຳນັກງານຕັ້ງຢູ່ນະຄອນຫຼວງ Tirana ຂອງ Albania. ຈຸດປະສົງຂອງກອງທຶນດັ່ງກ່າວແມ່ນຟື້ນຟູການເຄື່ອນໄຫວຂອງວິວັດທະນາການເຂົ້າຮ່ວມສະຫະພາບເອີລົບຄືນໃໝ່ຂອງບັນດາປະເທດທາງທິດຕາເວັນຕົກ Balkan, ພ້ອມທັງໜູນຊ່ວຍບັນດາການເຄື່ອນໄຫວ ເພີ່ມທະວີການຮ່ວມມືປົກປັກຮັກສາຊາຍແດນບັນດາປະເທດທາງທິດຕາເວັນຕົກ Balkan ແລະ ຊອກຫາມາດຕະການແກ້ໄຂສະພາບແກແສຟອງຊາວອົບພະຍົບຫຼັ່ງໄຫຼເຂົ້າມາເອີລົບ ຈາກພາກຕາເວັນອອກກາງ ແລະ ອາຟະລິກາເໜືອ.