(vovworld) – ຕອນບ່າຍວັນທີ 10/7, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມກ່ຽວກັບການສົມທົບກັນຄົ້ນຄວ້າ, ນຳໃຊ້ວິທະຍາສາດ, ເຕັກໂນໂລຊີຮັບໃຊ້ໃຫ້ການພັດທະນາເຂດຕາເວັນຕົກສຽງເໜືອ ຢ່າງໝັ້ນຄົງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ໄດ້ສະເໜີໃຫ້ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ເປັນອົງການຮັບຜິດຊອບປະຕິບັດແຜນຮ່າງລະດັບລັດກ່ຽວກັບການນຳໃຊ້ວິທະຍາສາດ ເຕັກໂນໂລຊີ ເຂົ້າໃນການພັດທະນາເຂດຕາເວັນຕົກສຽງເໜືອຢ່າງໝັ້ນຄົງ. ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ໄດ້ເນັ້ນໜັກວ່າ.
“ພວກຂ້າພະເຈົ້າກໍເຫັນດີລາຍງານຕໍ່ນາຍົກລັດຖະມົນຕີ ອົງການຮັບຜິດຊອບແມ່ນມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ດ້ວຍຄວາມເຊື້ອໝັ້ນວ່າ ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ຈະຖອດຖອນເອົາບົດຮຽນທັງດ້ານດີ, ດ້ານອ່ອນໃນການຄົ້ນຄວ້າກ່ອນນີ້ ເພື່ອສາມາດຄົ້ນຄວ້າແຜນຮ່າງທີ່ສຳຄັນນີ້ ຢ່າງແທດຈິງ,ລະອຽດ, ແນໃສ່ນຳໃຊ້ເຂົ້າໃນສະພາບຕົວຈິງ. ນີ້ບໍ່ແມ່ນການຄົ້ນຄວ້າບັນດາບັນຫາໃໝ່, ດັ່ງນັ້ນຕ້ອງເຮັດຄືແນວໃດໃຫ້ມີລັັກສະນະແທດຈິງກັບຊີວິດສັງຄົມສາມາດນຳໃຊ້ໄດ້”.