ຜູ້ແທນຂອງບັນດາປະເທດ ອາຊຽນ ເຂົ້າຮ່ວມຂອງປະຊຸມ
(vovworld) – ຕອນເຊົ້າວັນທີ 31/8, ຢູ່ນະຄອນຫຼວງ ວຽງຈັນ, ກອງປະຊຸມສະພາປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ (ASCC) ຄັ້ງທີ 16 ໄດ້ຖືກໄຂຂຶ້ນ, ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີ, ຫົວໜ້າຄະນະຮັບຜິດຊອບ ASCC ຂອງ 10 ປະເທດ ອາຊຽນ, ທ່ານຮອງເລຂາທິການໃຫຍ່ ອາຊຽນ, ບັນດາເຈົ້າໜ້າທີ່ຂັ້ນສູງ ASCC ແລະ ບັນດາແຂກຖືກເຊີນຂອງປະເທດເຈົ້າພາບ ລາວ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ດ່າວຮົ່ງລານ, ຮອງລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມເຂົ້າຮ່ວມກອງປະຊຸມ.
ກ່າວຄຳເຫັນທີ່ພິທີໄຂ, ທ່ນນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງ ASCC ໃນປີຜ່ານມາດ້ວຍການຜັນຂະຫຍາຍປະຕິບັດແຜນການສັງລວມຮອດປີ 2025 ແລະ ຊຸກຍູ້ການປະຕິບັດບັນດາບຸລິມະສິດຂອງປະຊາຄົມ. ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຢັ້ງຢືນວ່າ: ກອງປະຊຸມຄັ້ງນີ້ມີຄວາມໝາຍສຳຄັນທີ່ສຸດຍ້ອນບັນດາໝາກຜົນແຫ່ງການເຄື່ອນໄຫວຂອງປະຊາຄົມຈະໄດ້ລາຍງານຕໍ່ບັນດາການນຳ ອາຊຽນ ທີ່ກອງປະຊຸມຂັ້ນສູງ ອາຊຽນຄັ້ງທີ 28. ທ່ານນາຍົກລັດຖະມົນຕີລາວ ກໍ່ຕີລາຄາສູງ ແລະ ສະແດງຄວາມເຊື່ອໝັ້ນວ່າບັນດາເອກະສານຂອງປະຊາຄົມປີນີ້ດ້ວຍຈຸດສຸມມຸ່ງໄປເຖິງເປົ້າໝາຍທີ່ມີຄວາມສ່ຽງໄພສູງກ່ວາເພິ່ນ ຈະປະກອບສ່ວນສ້າງສັງຄົມເບິ່ງແຍງດູແລ ແລະ ແບ່ງປັນຂອງ ອາຊຽນ ຖືກຕາມຈຸດໝາຍຂອງແຜນການສັງລວມຂອງປະຊາຄົມໄດ້ວາງອອກ.
ໃນການດຳເນີນກອງປະຊຸມເປັນເວລາໜຶ່ງວັນ, ບັນດາຜູ້້ແທນໄດ້ພ້ອມກັນພິຈາລະນາບັນດາເອກະສານ, ຖະແຫຼງການເພື່ອຍື່ນສະເໜີຕໍ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 28 – 29 ຮັບຮອງເອົາ. ກອງປະຊຸມກໍ່ເຫັນດີເປັນເອກະພາບຮັບຮອງເອົາ ເອກະສານບາງສະບັບເພື່ອບັນດາການນຳ ອາຊຽນ ຮັບຮອງ ແລະ ພິຈາລະນາຄື: ຖະແຫຼງການ Bandar Seri Begawan ກ່ຽວກັບວັດທະນະທຳ ແລະ ສິລະປະເພື່ອແນໃສ່ຊຸກຍູ້ຄວາມເປັນເອກະລັກ ອາຊຽນມຸ່ງໄປເຖິງປະຊາຄົມ ອາຊຽນ ຂະຫຍັນຂັນເຄື່ອນ ແລະ ກົມກຽວ, ວິວັດທະນາການຮ່ວມມື ອາຊຽນມຸ່ງໄປເຖິງການຄວບຄຸມມົນລະພິດສິ່ງແວດລ້ອມຂ້າມຊາຍແດນດ້ວຍມາດຕະການປະຕິບັດ…