ກອງປະຊຸມສະມັດຊາ ໃຫຍ່ UNESCO ຄັ້ງທີ37 ຈະຮັບຮອງເອົາ ຍຸດທະສາດພັດທະນາໃຫມ່
ພາບປະກອບ:internet
|
(vovworld)-ແຕ່ວັນທີ 5-21/11 ຢູ່ ປາຣີ ໄດ້ດຳເນີນກອງປະຊຸມສະມັດຊາໃຫຍ່ UNESCO ຄັ້ງທີ 37 ໂດຍມີການເຂົ້າຮ່ວມຂອງຜູ້ແທນທີ່ມາຈາກ 195 ປະເທດສະມາຊິກອົງການນີ້. ກ່າວຄຳເຫັນທີ່ພິທີໄຂ, ທ່ານ Katalin Bogyay ປະທານກອງປະຊຸມສະມັດຊາໃຫຍ່ UNESCO, ທ່ານ Alissandra Cummins ປະທານສະພາບໍລິຫານ UNESCO ແລະ ທ່ານນາງ Irina Bokova ຜູ້ອຳນວຍການໃຫຍ່ UNESCO ລ້ວນແຕ່ເນັ້ນຫນັກເຖິງການຊຸກຍູ້ບົດບາດຂອງອົງການນີ້ໃນສະພາບໂລກມີສິ່ງທ້າທາຍຫລາຍຢ່າງທີ່ສົ່ງຜົນສະທ້ອນເຖິງສັນຕິພາບ ແລະ ການພັດທະນາ. ໃນເວລາ 2 ອາທິດທີ່ດຳເນີນກອງປະຊຸມ, ສະມັດຊາໃຫຍ່ UNESCO ໄດ້ພິຈາລະນາຫລາຍບັນຫາສຳຄັນຂອງອົງການນີ້. ນັ້ນແມ່ນຮັບຮອງເອົາຍຸດທະສາດ ແລະ ງົບປະມານໄລຍະກາງ (8 ປີ) ແລະ ໄລຍະສັ້ນ (4 ປີ) ໃຫ້ເໝາະສົມກັບຍຸດທະສາດພັດທະນາຂອງ ສປຊ. ທ່ານ ເຢືອງວັນກວາງ, ເອກອັກຄະລັດຖະທູດ, ຫົວຫນ້າຄະນະຜູ້ແທນຫວຽດນາມ ປະຈຳ ສປຊ ໃຫ້ຮູ້ວ່າ: ຍຸດທະສາດໃຫມ່ຂອງ UNESCO ແມ່ນເອົາໃຈໃສ່ທີ່ສຸດເຖິງການປະຕິຮູບ, ຕາມຄວາມຮຽກຮ້ອງພາວະວິໄສຂອງສະພາບການໃຫມ່ຂອງໂລກ. ກ່ຽວກັບບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກດ້ານການເງິນຂອງ UNESCO, ເອກອັກຄະລັດຖະທູດ ເຢືອງວັນກວ໋າງ ໃຫ້ຮູ້ວ່າ:
“ບັນດາມາດຕະການເພື່ອຜ່ານຜ່າວິກິດການການເງິນ ລວມມີ: 3 ມາດຕະການໃຫຍ່. ທີຫນຶ່ງ ແມ່ນສ້າງຕັ້ງກອງທຶນພິເສດເພື່ອຮຽກຮ້ອງໃຫ້ບັນດາປະເທດປະກອບທຶນຕື່ມອີກ. ມາດຕະການທີສອງ ແມ່ນປະຢັດບັນດາລາຍຈ່າຍດ້ານບໍລິຫານ ແລະ ບັນຫາຮັບສະໝັກພະນັກງານຂອງ UNESCO. ມາດຕະການທີສາມ ແມ່ນຮຽກຮ້ອງໃຫ້ບັນດາປະເທດສະມາຊິກຮັບຜິດຊອບບັນດາການເຄື່ອນໄຫວຂອງ UNESCO ຢູ່ປະເທດຕົນ.”