ກອງປະຊຸມສະຫຼຸບວຽກງານປີ2016ຂອງຄະນະພົວພັນຕ່າງປະເທດສູນກາງ

ກອງປະຊຸມສະຫຼຸບວຽກງານປີ2016ຂອງຄະນະພົວພັນຕ່າງປະເທດສູນກາງ - ảnh 1
(​ທ່ານຜູ້​ປະ​ຈຳ​ການ​ຄະ​ນ​ະ​ເລ​ຂາ​ສູນ​ກາງ ດິງ​ເທ໋ຮີນ
ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ)


(vovworld) – ຕອນ​ບ່າຍ​ວັນ​ທີ 05/01, ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ ໄດ້​ຈັດ​ຕັ້ງກອງ​ປະ​ຊຸມ​ສະ​ຫຼຸບ​ວຽກ​ງານ​ປີ 2016 ແລະ ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2017. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ​ທ່ານຜູ້​ປະ​ຈຳ​ການ​ຄະ​ນ​ະ​ເລ​ຂາ​ສູນ​ກາງ ດິງ​ເທ໋ຮີນ ໄດ້​ຕີ​ລ​າ​ຄາ​ສູງ​ບັນ​ດາ​ຜົນ​ງານ​ອັນ​ຕັ້ງ​ໜ້າ​ເຊິ່ງຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ ບັນ​ລຸ​ໄດ້​ໃນ​ປີ​ຜ່ານ​ມາ. ຜູ້​ປະ​ຈຳ​ການ​ຄະ​ນ​ະ​ເລ​ຂາ​ສູນ​ກາງ ດິງ​ເທ໋​ຮີນ ເນັ້ນ​ໜັກ​ວ່າ, ໃນ​ສະ​ພາບ​ການໂລກ, ພາ​ກ​ພື້ນ​ຈະ​ສືບ​ຕໍ່​ມີ​ບັນ​ດາ​ການ​ຜັນ​ແປ​ທີ່​ສັ​ບ​ສົນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຄະ​ນະ​ກຳ​ມະ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ ຕ້ອງ​ສຸມ​ໃສ່​ເພີ່ມ​ທະ​ວີ​ວຽກ​ງານ​ຄົ້ນ​ຄວ້າ, ຄາດ​ຄະ​ເນກວ່າ​ອີກ, ໂດຍ​ສະ​ເພາະ​ແມ່ນ​ຄາດ​ຄະ​ເນ​ຍຸດ​ທະ​ສາດ, ກ່ຽວ​ກັບ​ນະ​ໂຍ​ບາຍ​ຂອງ​ບັນ​ດາ​ປະ​ເທດ​ໃຫຍ່, ສະ​ພາບ​ພາ​ກ​ພື້ນ ແລະ ສາ​ກົນ. ທ່ານ ດິງ​ເທ໋​ຮີນ ກໍ່​ສະ​ເໜີຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ ສືບ​ຕໍ່​ປະ​ຕິ​ບັດ​ວຽກ​ງານ​ເປັນ​ເສ​ນາ​ທິ​ການ​ໃຫ້​ເປັນ​ຢ່າງ​ດີ, ກວດ​ກາ, ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ກັບ​ຕ່​າງ​ປະ​ເທດ​ຂອງ​ພັກ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ໂດຍ​ສະ​ເພາະ​ແມ່ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ​ຂັ້ນ​ສ​ູງ… ພ້ອມ​ກັນ​ນັ້ນ, ແມ່ນຜັນ​ຂະ​ຫຍາຍ​ມະ​ຕິ​ສູນ​ກາງ​ທີ 4 ກ່ຽວ​ກັບ​ເພີ່ມ​ທະ​ວີ​ການກໍ່​ສ້າງ, ປັບ​ປຸງ​ພັ​ນ​ເປັນ​ຢ່າງ​ດີ, ກໍ່ສ້າງ​ອົງ​ການ​ໃຫ້​ນັບ​ມື້​ນັບ​ປອດ​ໄສ, ເຂັ້ມ​ແຂງ, ສືບ​ຕໍ່​ປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ​ຢ່າງ​ມີ​ໄຊ.

ຂ່າວ/ບົດ​ອື່ນ