ສະພາບການຢູ່ກອງປະຊຸມ
(ພາບ: VGP/Quang Hiếu)
(vovworld)- ຕອນເຊົ້າວັນທີ 13/6, ທ່ານຫວຸ້ດຶກດາມ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກເອດ, ຢາເສບຕິດ, ໂສເພນີ ໄດ້ເປັນປະທານ ກອງປະຊຸມໂດຍກົງທາງເຄືອຂ່າຍອິນເຕີແນັດທົ່ວປະເທດສະຫລຸບການເຄື່ອນໄຫວໃນ 6 ເດືອນຕົ້ນປີຂອງຄະນະກຳມະການກັບທ້ອງຖິ່ນຕ່າງໆ.
ບົດລາຍງານຂອງຄະນະກຳມະການແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກເອດ, ຢາເສບຕິດ, ໂສເພນີໃຫ້ຮູ້ວ່າ, ໃນ 6 ເດືອນຕົ້ນປີ 2014, ຈຳນວນຜູ້ຕິດເຊື້ອ HIV ໃໝ່ໄດ້ຫລຸດລົງ 26%, ຈຳນວນຜູ້ເສຍຊິວິດຍ້ອນໂລກເອດໄດ້ຫລຸດລົງ 48% ເມື່ອທຽບກັບໄລຍະດຽວກັນຂອງປີ 2013.
ແຕ່ເຖິງແນວນັ້ນກໍ່ຕາມ, ຕາມກະຊວງສາທາລະນະສຸກຫວຍດນາມແລ້ວ, ອັດຕາ ຜູ້ຕິດເຊື້ອ HIV/ໂລກເອດຫລຸດຜ່ອນບໍ່ເປັນປົກກະຕິ, ບາງເຂດພູດອຍຍັງຢູ່ໃນລະດັບສູງ, ຄວບຄຸມຍາກ ແລະ ພວມມີທ່າອ່ຽງເພີ່ມຂຶ້ນ. ການຕິດເຊື້ອ HIV ໂລກເອດຢູ່ບັນດານະຄອນໃຫ່ຍຄື: ຮ່າໂນ້ຍ, ນະຄອນໂຮ່ຈິມິນ…ມີຫຼາຍຮູບການທີ່ມີໄພຕິດແປດສູງ.
ຍ້ອນການກະທົບຂອງສະພາບອາດຊະຍາກຳຢາເສບຕິດໃນໂລກ ແລະ ພາກພື້ນ, ດັ່ງນັ້ນ, ຢູ່ຫວຽດນາມ, ການເຄື່ອນໄຫວຂອງອາດຊະຍາກຳຢາເສບຕິດ ແລະ ໂສເພນີຍັງມີການຜັນແປໄປຢ່າງສັບສົນ. ໃນ 6 ເດືອນຕົ້ນປີ, ໄດ້ຈັບຕົວເປົ້າໝາຍອາດຊະຍາກຳຢາເສບຕິດກ່ວາ 15.000 ຄົນ, ເກັບ heroin ເກືອບ 480 ກີໂລກຼາມ…/.