(ພາບ:duthaoonline.quochoi.vn)
( vovworld ) – ຕອນເຊົ້າວັນທີ 2/6, ກະຊວງຍຸດຕິທຳໄດ້ຈັດກອງປະຊຸມສະຫລຸບວຽກງານຈົດທະບຽນ, ຄຸ້ມຄອງສຳມະໂນຄົວທົ່ວປະເທດ ແລະ ການປະຕິບັດບັນດາເອກະສານດ້ານກົດໝາຍກ່ຽວກັບສຳມະໂນຄົວ. ທີ່ກອງປະຊຸມ, ບັນດາຜູ້ແທນຢັ້ງຢືນວ່າ: ວຽກງານຈົດທະບຽນ, ຄຸ້ມຄອງສຳມະໂນຄົວຢູ່ ຫວຽດນາມ ໃນ 10 ປີມານີ້ບັນລຸໄດ້ຫຼາຍໝາກຜົນສຳຄັນ, ໂດຍສະເພາະແມ່ນໃນການປັບປຸງລະບົບອົງການຄຸ້ມຄອງ, ຈົດທະບຽນສຳມະໂນຄົວ ແລະ ເພີ່ມທະວີຖັນແຖວລັດຖະກອນເຮັດວຽກງານສຳມະໂນຄົວ. ທ່ານຮອງລັດຖະມົນຕີກະຊວງຍຸດຕິທຳ Dinh Trung Tung ຖືວ່າ: ເພື່ອໃຫ້ວຽກງານຄຸ້ມຄອງສຳມະໂນຄົວມີປະສິດທິຜົນ, ເລື່ອງປັບປຸງປື້ມສຳມະໂນຄົວ ແລະ ວິທີການຈົດທະບຽນສຳມະໂນຄົວຕ້ອງໄດ້ຮັບຄວາມເອົາໃຈໃສ່:
“ໃນສະພາບການລະບຽບການດ້ານບໍລິຫານພວມໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ, ຄວນສືບຕໍ່ກວດກາ, ຫັນລະບຽບການດ້ານບໍລິຫານໃນການຈົດທະບຽນສຳມະໂນຄົວເປັນງາຍດາຍ, ແກ້ໄຂບັນດາຮົ້ວກິດຂວາງກ່ຽວກັບລະບຽບການດ້ານບໍລິຫານ. ມຸ້ງໄປເຖິງການຍົກສູງການຄຸ້ມຄອງແຫ່ງລັດໃນຂົງເຂດສຳມະໂນຄົວ, ໃນນັ້ນ, ສ້າງ ແລະ ຜັນຂະຫຍາຍພື້ນຖານເອກະສານສຳມະໂນຄົວເອເລກໂຕນິກເທື່ອລະກ້າວ, ມຸ້ງໄປເຖິງການຈົດທະບຽນສຳມະໂນຄົວຜ່ານເຄືອຂ່າຍອິນເຕີແນັດ“