ນາຍົກລັດຖະມົນຕີ ຫວຽດນາມ ແລະ ລາວ ໃນພິທີເປີດສະຫຼອງຫຼັກໝາຍໃຫຍ່ 460 ເມື່ອວັນທີ 9/7/2013
(vovworld) - ຕອນເຊົ້າວັນທີ 19/8, ຢູ່ເທດສະບານຕາແສງ ກື໋ວລໍ່, ແຂວງ ເຫງ້ອານ ໄດ້ດຳເນີນກອງປະຊຸມສະຫລຸບວຽກງານປັກຫຼັກໝາຍຖີ່ ແລະ ບູລະນະຫຼັກໝາຍຊາຍແດນ ຫວຽດນາມ - ລາວ ໃນພື້ນທີ່ຕົວຈິງ. ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ນມິນ, ຫົວໜ້າຄະນະຊີ້ນຳແຫ່ງລັດກ່ຽວກັບການຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນທາງບົກ ແລະ ທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ລາວ ທອງລຸນ ສີສຸລິດ ເປັນປະທານຮ່ວມກອງປະຊຸມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ນມິນ ສະເໜີໃຫ້ບັນດາອົງການ, ທ້ອງຖີ່ນ ແລະ ບັນດາກຳລັງທີ່ກ່ຽວຂ້ອງຂອງ 2 ປະເທດຄວນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອປະຕິບັດບັນດາວຽກງານທີ່ຍັງຄົງຄ້າງຂອງໂຄງການໃນປີ 2014 ຕາມຂໍ້ຕົກລົງຂອງການນຳຂັ້ນສູງ 2 ປະເທດໃຫ້ສຳເລັດຜົນ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ ທອງລຸນ ສີສຸລິດ ເນັ້ນໜັກເລື່ອງປະຕິບັດສຳເລັດວຽກງານປັກຫຼັກໝາຍຖີ່, ບູລະນະຫຼັກໝາຍຊາຍແດນໃນພື້ນທີ່ຕົວຈິງແມ່ນໄຊຊະນະລວມຂອງທັງ 2 ປະເທດ ຫວຽດນາມ - ລາວ, ມີຄວາມໝາຍສຳຄັນທາງດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ພັດທະນາເສດຖະກິດ, ປະກອບສ່ວນຊຸກຍູ້ການກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມືພ້ອມກັນພັດທະນາ, ຕອບສະໜອງຄວາມມຸ້ງມາດປາດຖະໜາຂອງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ.
ເນື່ອງໃນໂອກາດນີ້, ບັນດາໝູ່ຄະນະ, ສ່ວນບຸກຄົນມີຜົນງານດີເດັ່ນໃນວຽກງານປັກຫຼັກໝາຍຊາຍແດນໃນພື້ນທີ່ຕົວຈິງຂອງ 2 ປະເທດ ຫວຽດນາມ - ລາວ ກໍ່ໄດ້ຮັບໃບຍ້ອງຍໍ.