(VOVWORLD) -ວັນທີ 6 ພະຈິກ, ສະພາແຫ່ງຊາດເລີ່ມການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມຢູ່ກອງປະຊຸມສະໄໝສາມັນເທື່ອທີ 10.
ວາລະກອງປະຊຸມສະໄໝສາມັນ ໃນຕອນເຊົ້າວັນທີ 24 ຕຸລາ (ພາບ: TTXVN) |
ໃນອາທິດຕົ້ນຂອງກອງປະຊຸມຄັ້ງທີ 2 ກອງປະຊຸມສະໄໝສາມັນເທື່ອທີ 10, ບັນດາສະມາຊິກສະພາແຫ່ງຊາດໄດ້ປະຊຸມຢູ່ຫໍສະພາແຫ່ງຊາດ ຢູ່ຮ່າໂນ້ຍ, ແຕ່ວັນທີ່ 2 – 6 ພະຈິກ. ມີເນື້ອໃນສຳຄັນຫຼາຍຢ່າງໃນອາທິດເຮັດວຽກນີ້ຈະໄດ້ອອກອາກາດ, ຖ່າຍທອດສົດເພື່ອໃຫ້ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ ຕິດຕາມ.
ບັນດາສະມາຊິກສະພາແຫ່ງຊາດຈະດຳເນີນການປຶກສາຫາລືໝາກຜົນຂອງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ ປີ 2020, ແຜນການພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ວິທີການແບ່ງງົບປະມານສູນການປີ 2021, ໝາກຜົນການປະຕິບັດບັນດາມະຕິຂອງສະພາແຫ່ງຊາດ ແລະ ແຜນການ 5 ປີໄລຍະ 2016 – 2020: ພັດທະນາເສດຖະກິດ - ສັງຄົມ, ສ້າງໂຄງປະກອບພື້ນຖານເສດຖະກິດ, ການເງິນແຫ່ງຊາດ, ການລົງທຶນພາກລັດ ໄລຍະກາງຄືນໃໝ່, ໝາກຜົນການປະຕິບັດມະຕິວ່າດ້ວຍການໃຫ້ສັດຕະຍາບັນແຜນນະໂຍບາຍລົງທຶນບັນດາໂຄງການເປົ້າໝາຍແຫ່ງຊາດໄລຍະ 2016 – 2020…