ຕອນເຊົ້າວັນທີ 26/11, ກອງປະຊຸມສະໄໝສາມັນເທື່ອທີ່ 2, ສະພາແຫ່ງຊາດຫວຽດນາມຊຸດທີ 13 ໄດ້ສິ້ນສຸດລົງ ແລະ ຮັບຮອງເອົາມະຕິກ່ຽວກັບໂຄງການສ້າງກົດໝາຍ, ລັດຖະບັນຍັດ ຂອງສະພາແຫ່ງຊາດຊຸດທີ 13. ກ່າວຄຳເຫັນອັດກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ຊີ້ແຈງວ່າ: ນີ້ແມ່ນກອງປະຊຸມດ້ວຍຈິດໃຈປ່ຽນໃໝ່ ແລະ ມີບັນດາເນື້ອໃນທີ່ສຳຄັນ, ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດໄດ້ຕົກລົງແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ ຄືແຕ່ 2011 – 2015 ແລະ ປີ 2012, ແຜນງົບປະມານແຫ່ງລັດ, ການຈັດແບ່ງງົບປະມານສູນກາງ ປີ 2012, ໂຄງການຈຸດໝາຍແຫ່ງຊາດ, ແຜນການທຶນຈາກພັນທະບັດລັດຖະບານ, ແຜນການນຳໃຊ້ທີ່ດິນໄລຍະ 2011 – 2015, ການວາງແຜນຜັງນຳໃຊ້ທີ່ດິນ ໄລຍະ 2011 – 2020 ແລະ ຂໍ້ຕົກລົງສຳຄັນອື່ນອີກຈຳນວນໜຶ່ງ.
ກ່ຽວກັບບັນດາການປ່ຽນໃໝ່ຂອງກອງປະຊຸມຄັ້ງນີ້, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ໃຫ້ຮູ້ວ່າ: ເພື່ອສືບຕໍ່ປ່ຽນໃໝ່, ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວ, ສືບທອດ ແລະ ເສີມຂະຫຍາຍບັນດາຜົນງານ, ບົດຮຽນທີ່ບັນລຸໄດ້ຂອງສະພາແຫ່ງຊາດຊຸດກ່ອນໆ, ທີ່ກອງປະຊຸມນີ້, ສະພາແຫ່ງຊາດໄດ້ມີບັນດາການດັດແປງ, ປ່ຽນໃໝ່ ໃນການກະກຽມດຳເນີນກອງປະຊຸມ, ການຊີ້ນຳບັນດາວາລະປະຊຸມ, ຮັບປະກັນ ເສີມຂະຫຍາຍພູມປັນຍາລວມໝູ່, ນ້ຳໃຈຮັບຜິດຊອບຂອງອົງການສະເໜີ, ອົງການຕິດຕາມກວດກາ ແລະ ຂອງ ສສຊ ແຕ່ລະຄົນ, ຍົກສູງຄຸນນະພາບການກະກຽມ, ປຶກສາຫາລື ແລະ ຕົກລົງບັນດາເນື້ອໃນສະເໜີຕໍ່ສະພາແຫ່ງຊາດ. ມະຕິຂອງສະພາແຫ່ງຊາດໄດ້ລະອຽດກ່ວາ, ກຳນົດບັນດາໜ້າທີ່, ມາດຕະການ ແລະ ຄວາມຮັບຜິດຊອບຂອງບັນດາອົງການທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດລະອຽດກ່ວາ. ການຊັກຖາມໄດ້ສຸມໃສ່ເຂົ້າໃນບັນດາບັນຫາຢູ່ລະດັບ ມະຫາພາກ, ແລກປ່ຽນຕາມໝວດບັນຫາ, ສະຫງວນເວລາທັງໝົດໃຫ້ແກ່ການຊັກຖາມ ແລະ ຕອບຄຳຊັກຖາມໂດຍກົງ... ບັນດາການດັບປັບ, ປ່ຽນໃໝ່ໄດ້ນຳມາເຊິ່ງປະສິດທິຜົນອັນແທດຈິງໃນເບື້ອງຕົ້ນ, ຊິ່ງໄດ້ຮັບການເຫັນດີເຫັນພ້ອມ, ສະໜັບສະໜູນຈາກ ສສຊ ແລະ ຜູ້ມີສິດເລືອກຕັ້ງ .
ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ສະເໜີ, ພາຍຫຼັງກອງປະຊຸມນີ້, ຄະນະປະຈຳສະພາແຫ່ງຊາດ, ລັດຖະບານ, ສານປະຊາຊົນສູງສຸດ, ໄອຍະການປະຊາຊົນສູງສຸດ, ບັນດາຂະແໜງການ, ຂັ້ນຕ່າງໆ ຕ້ອງກໍ່ສ້າງໂຄງການ, ແຜນການຜັນຂະຫຍາຍປະຕິບັດຢ່າງມີປະສິດທິຜົນບັນດາ ກົດໝາຍ, ມະຕິທີ່ ສະພາແຫ່ງຊາດຫາກໍ່ຮັບຮອງເອົາໂດຍໄວ, ຍົງສູງຄວາມຮັບຜິດຊອບຕໍ່ ປະຊາຊົນໃນການຄຸ້ມຄອງ, ຊີ້ນຳ, ບໍລິຫານ, ຍູ້ໄວວຽກງານແນວຄິດ, ໂຄສະນາເຜີຍແຜ່ ເພື່ອເປັນເອກະພາບໃນການຮັບຮູ້, ຍົກສູງຄວາມຮັບຜິດຊອບຂອງລະບົບການເມືອງ, ສູ້ຊົນປະຕິບັດໜ້າທີ່ ປີ 2011 – 2012 ເປັນຢ່າງດີ, ສ້າງທ່ວງທ່າເພື່ອເຮັດສຳເລັດແຜນການພັດທະນາ ເສດຖະກິດ - ສັງຄົມ ໄລຍະ 5 ປີ ຄືແຕ່ 2011 – 2015 ຢ່າງມີໄຊ.