ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ຖືກໄຂຂຶ້ນຢ່າງສົມກຽດ

(VOVWORLD) -ໂຄງການດຳເນີນງານຂອງກອງປະຊຸມຄັ້ງນີ້ລວມມີເນື້ອໃນຫຼາຍປະການ, ໃນນັ້ນສະພາແຫ່ງຊາດຈະພິຈາລະນາ, ຕົກລົງວຽກງານບຸກຄະລາກອນ ແລະ ບັນດາບັນຫາເສດຖະກິດ-ສັງຄົມສຳຄັນ.

ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ຖືກໄຂຂຶ້ນຢ່າງສົມກຽດ - ảnh 1ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ

(ພາບ: TTXVN)

ຕອນເຊົ້າວັນທີ 20 ພຶດສະພາ, ເປັນຄັ້ງທຳອິດໃນປະຫວັດສາດ, ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ຖືກໄຂຂຶ້ນດ້ວຍຮູບການທາງອອນລາຍຈາກຫໍສະພາແຫ່ງຊາດ, ທີ່ຮ່າໂນ້ຍ ເຊື່ອມຕໍ່ກັບ 63 ແຂວງ, ນະຄອນ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ພ້ອມກັບການນຳພັກ, ລັດເຂົ້າຮ່ວມຢູ່ຫໍສະພາແຫ່ງຊາດ.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໃຫ້ຮູ້ວ່າ, ກ້າວເຂົ້າສູ່ປີ 2020, ໂລກລະບາດໂຄວິດ-19 ໄດ້ແຜ່ລະບາດຂຶ້ນ ແລະ ກາຍເປັນໂລກລະບາດຢ່າງວ່ອງໄວ, ສົ່ງຜົນກະທົບທີ່ຫຍໍ້ທໍ້ເຖິງທຸກການເຄື່ອນໄຫວທາງດ້ານເສດຖະກິດ-ສັງຄົມຂອງທົ່ວໂລກ ແລະ ຫວຽດນາມ. ຕໍ່ໜ້າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍນັ້ນ, ພາຍໃຕ້ການຊີ້ນຳນຳພາຂອງພັກ, ສະພາແຫ່ງຊາດ, ມາຮອດປະຈຸບັນ, ໃນເບື້ອງຕົ້ນ ຫວຽດນາມ ສາມາດຄວບຄຸມໂລກລະບາດ, ສະກັດກັ້ນການແຜ່ລະບາດໃນຊຸມຊົນ, ຮັບປະກັນຄວາມປອດໄພທາງດ້ານຊີວິດອິນຊີ ແລະ ສຸຂະພາບຂອງປະຊາຊົນໄດ້ໂດຍພື້ນຖານ. ບັນດາມາດຕະການຮັບມືຂອງຫວຽດນາມ ໄດ້ຮັບການຕີລາຄາສູງຈາກຫຼາຍປະເທດ, ອົງການຈັດຕັ້ງສາກົນ ແລະ ໄດ້ຮັບຮູ້ວ່າແມ່ນຈຸດພົ້ນເດັ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ, ໂຄງການດຳເນີນງານຂອງກອງປະຊຸມຄັ້ງນີ້ລວມມີເນື້ອໃນຫຼາຍປະການ, ໃນນັ້ນສະພາແຫ່ງຊາດຈະພິຈາລະນາ, ຕົກລົງວຽກງານບຸກຄະລາກອນ ແລະ ບັນດາບັນຫາເສດຖະກິດ-ສັງຄົມສຳຄັນ. ໃນນັ້ນ, ສິ່ງທີ່ໜ້າສົນໃຈແມ່ນ, ສະພາແຫ່ງຊາດຈະພິຈາລະນາ, ໃຫ້ສັດຕະຍາບັນສົນທິສັນຍາສາກົນ 3 ສະບັບ, ລວມມີ: ສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA), ສັນຍາອາລັກຂາການລົງທຶນຫວຽດນາມ - ອີຢູ (EVIPA), ການເຂົ້າເປັນສະມາຊິກສົນທິສັນຍາເລກທີ 105 ຂອງອົງການແຮງງານສາກົນ (ILO) ກ່ຽວກັບການລົບລ້າງແຮງງານແບບບັງຄັບ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ເນັ້ນໜັກວ່າ.

        “ນີ້ຈະແມ່ນຂີດໝາຍສຳຄັນໃນວິວັດທະນາການເຊື່ອມໂຍງທາງດ້ານເສດຖະກິດສາກົນ, ແມ່ນປະຖົມປັດໃຈສຳຄັນ ສ້າງກາລະໂອກາດສົ່ງອອກທີ່ໃຫຍ່ຫຼວງໃຫ້ແກ່ຫວຽດນາມ, ຊ່ວຍຫັນຕະຫຼາດ, ປະເພດສິນຄ້າສົ່ງອອກໃຫ້ມີຫຼາຍຮູບຫຼາຍແບບ; ສ້າງສະພາບແວດລ້ອມດ້ານກົດໝາຍ ແລະ ການລົງທຶນໃຫ້ມີຄວາມກະຈ່າງແຈ້ງ, ຈາກນັ້ນດຶງດູກບັນດານັກລົງທຶນມາຈາກອີຢູ ແລະ ບັນດາປະເທດອື່ນໃຫ້ຫຼາຍກວ່າ; ຢືນຢັນຄວາມຕັດສິນໃຈຂອງຫວຽດນາມ ໃນຂະບວນວິວັດປະຕິບັດບັນດາຄຳໝັ້ນສັນຍາທີ່ກ່ຽວຂ້ອງເຖິງການອອກແຮງງານໃນບັນດາສັນຍາການຄ້າ; ປະຕິບັດພັນທະແມ່ນປະເທດສະມາຊິກ ILO ຂອງຫວຽດນາມ. ເລື່ອງໃຫ້ສັດຕະຍາບັນບັນດາສົນທິສັນຍາສາກົນດັ່ງກ່າວແມ່ນເໝາະສົມກັບແຜນນະໂຍບາຍຂອງພັກ, ລັດ ໃນຂະບວນວິວັດ ເຊື່ອມໂຍງທາງດ້ານເສດຖະກິດ, ແຮງງານ ແລະ ສັງຄົມເຂົ້າກັບສາກົນ”.

        ຄາດວ່າ, ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ຈະເຮັດວຽກເປັນເວລາ 19 ວັນ ແລະ ນີ້ແມ່ນກອງປະຊຸມທີ່ບໍ່ດຳເນີນການຊັກຖາມ ແລະ ຕອບຄຳຊັກຖາມໂດຍກົງ.

ຕອບກັບ

ຂ່າວ/ບົດ​ອື່ນ