ກອງປະຊຸມສາກົນຄັ້ງທີ 7 (AFC 2016)
(ພາບ: TTXVN)
(vovworld) - ວັນທີ 30/10 ຢູ່ ຮ່າໂນ້ຍ ສະມາຄົມເບຕົງ ຫວຽດນາມ ແລະ ສະຫະພັນເບຕົງ ອາຊີ ( AFC )ໄດ້ຈັດຕັ້ງກອງປະຊຸມສາກົນຄັ້ງທີ 7 (AFC 2016) ດ້ວຍຫົວຂໍ້ “ການພັດທະນາເບຕົງໃຫ້ແກ່ປະຈຸບັນ ແລະ ອະນາຄົດແບບຍືນຍົງ”. ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ຫງວຽນກວາງຮຸງ ຮອງລັດຖະມົນຕີກະຊວງກໍ່ສ້າງ ປະທານສະມາຄົມເບຕົງ ຫວຽດນາມ ຕີລາຄາສູງການຈັດຕັ້ງກອງປະຊຸມສາກົນຄັ້ງທີ 7 AFC – 2016, ດ້ວຍເປົ້າໝາຍແບ່ງປັນບົດຮຽນ ແລະ ສືບຕໍ່ພັດທະນາເບຕົງແບບຍືນຍົງໃຫ້ແກ່ບັນດາກິດຈະກຳກໍ່ສ້າງ.
ກອງປະຊຸມ AFC – 2016 ແມ່ນເວທີປາໄສສຳຄັນ ເພື່ອໃຫ້ບັນດານັກວິຊາສະເພາະ, ຜູ້ຕາງໜ້າບັນດາອົງການສຳນັກງານລັດຖະບານ, ບັນດານັກລົງທຶນ, ບັນດາຜູ້ຮັບເໝົາກໍ່ສ້າງ ແລະ ບັນດາອົງການວິຊາຊີບພ້ອມກັນແບ່ງປັນ ໝາກຜົນແຫ່ງການຄົ້ນຄວ້າ ແລະ ພັດທະນາ, ບັນດາຂໍ້ລິເລີ່ມກ່ຽວກັບເຕັກໂນໂລຢີການຜະລິດ ແລະ ການໝູນໃຊ້ເບຕົງຕາມທິດຍືນຍົງ, ພ້ອມກັບບັນດານະໂຍບາຍ, ຂໍ້ກຳນົດທີ່ກ່ຽວຂ້ອງ.